ຫວຽດນາມ ແລະ ອີຕາລີ ສືບຕໍ່ຊຸກຍູ້ການພົວພັນຮ່ວມມື

(VOVWORLD) - ທ່ານປະທານ Attilio Fontana ຕີລາຄາສູງເລື່ອງໂຮມຫົວໜ່ວຍບໍລິຫານ ແລະ ເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນຢູ່ ຫວຽດນາມ
ຫວຽດນາມ ແລະ ອີຕາລີ ສືບຕໍ່ຊຸກຍູ້ການພົວພັນຮ່ວມມື - ảnh 1ທ່ານນາງຮອງປະທານປະເທດ  ວໍທິແອັງຊວັນ ແລະ ທ່ານ Attilio Fontana, ປະທານເຂດ Lombardy
(ພາບ: TTXVN)

        ໂດຍສືບຕໍ່ການຢ້ຽມຢາມ, ເຮັດວຽກຢູ່ ອີຕາລີ, ວັນທີ 01 ກໍລະກົດ, ທ່ານນາງຮອງປະທານປະເທດ ຫວຽດນາມ ວໍທິແອັງຊວັນ ໄດ້ພົບປະກັບ ທ່ານ Attilio Fontana, ປະທານເຂດ Lombardy.

        ທ່ານປະທານ Attilio Fontana ຕີລາຄາສູງເລື່ອງໂຮມຫົວໜ່ວຍບໍລິຫານ ແລະ ເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນຢູ່ ຫວຽດນາມ ແລະ ຖືວ່າ ນີ້ແມ່ນມາດຕະການສຳຄັນເພື່ອພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ທ່ານຖືວ່າ ການເປີດສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ - Milan ໄດ້ສ້າງຄວາມສະດວກຫຼາຍກວ່າແກ່ການແລກປ່ຽນການຄ້າ ແລະ ການພົວພັນແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ.

        ສ່ວນທ່ານນາງ ວໍທິແອັງຊວັນ ສະເໜີໃຫ້ເຂດ Lombardy ຮ່ວມມືກັບແຂວງ, ນະຄອນ, ສູນເສດຖະກິດຂອງ ຫວຽດນາມ ຈຳນວນໜຶ່ງ ໃນຂົງເຂດການຄ້າ - ການລົງທຶນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ທ່ານນາງສະແດງຄວາມເຊື່ອໝັ້ນວ່າ ເລື່ອງເປີດສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ - Milan ໄດ້ຊ່ວຍເຊື່ອມຕໍ່, ເພີ່ມທະວີການຮ່ວມມືລະຫວ່າງ 2 ທ້ອງຖິ່ນ, 2 ພື້ນຖານວັດທະນະທຳ ແລະ 2 ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ