ດັກລັກ: ກຳລັງປ້ອງກັນອາກາດ - ກອງທັບອາກາດ ປະຕິບັດສຳເລັດໜ້າທີ່ໃນ ບັ້ນເຄື່ອນໄຫວ ກວາງຈຸງ ໄວກ່ວາກຳນົດ
(VOVWORLD) - ໃນບັ້ນເຄືອນໄຫວ ກວາງຈິງ, ເຫຼົ່າທັບ ປ້ອງກັນອາກາດ - ກອງທັບອາກາດ ໄດ້ຮັບໜ້າທີ່ກໍ່ສ້າງເຮືອນຫຼັງໃໝ່ 21 ຫຼັງຢູ່ບັນດາຕາແສງນອນຢູ່ທາງທິດຕາເວັນອອກແຂວງ ດັກລັກ.
ນັກຮົບ ເຫຼົ່າທັບ ປ້ອງກັນອາກາດ - ກອງທັບອາກາດ ກໍ່ສ້າງເຮືອນຢູ່ໃຫ້ແກ່ປະຊາຊົນ (ພາບ: VOV)
|
ວັນທີ 2 ມັງກອນ, ຢູ່ແຂວງ ດັກລັກ ບັນດາກົມກອງຂອງເຫຼົ່າທັບ ປ້ອງກັນອາກາດ - ກອງທັບອາກາດ ໄດ້ມອບເຮືອນຫຼັງໃໝ່21ຫຼັງໃຫ້ແກ່ພໍ່ແມ່ປະຊາຊົນມີເຮືອນຖືກພັງຖະຫຼົ່ມຍ້ອນຝົນຕົກນ້ຳຖ້ວມ ເຊິ່ງປະຕິບັດສຳເລັດ “ບັ້ນເຄືອນໄຫວກວາງຈຸງ” ກ່ອນກຳນົດ 1 ເດືອນ. ໃນບັ້ນເຄືອນໄຫວ ກວາງຈິງ, ເຫຼົ່າທັບ ປ້ອງກັນອາກາດ - ກອງທັບອາກາດ ໄດ້ຮັບໜ້າທີ່ກໍ່ສ້າງເຮືອນຫຼັງໃໝ່ 21 ຫຼັງຢູ່ບັນດາຕາແສງນອນຢູ່ທາງທິດຕາເວັນອອກແຂວງ ດັກລັກ. ພາຍຫຼັງການກໍ່ສ້າງມາເປັນເວລາ 1 ເດືອນ, ເຮືອນ 21 ຫຼັງໄດ້ຮັບການກໍ່ສ້າງສຳເລັດ. ມາຮອດປັດຈຸບັນ, ທຸກໆກົມກອງຂຶ້ນກັບ ເຫຼົ່າທັບ ປ້ອງກັນອາກາດ - ກອງທັບອາກາດ ແຂວງດັກລັງ ໄດ້ປະຕິບັດບັ້ນກວາງຈຸງສຳເລັດ ຢ່າງມີໄຊ, ກໍ່ສ້າງຄືນໃໝ່, ສ້ອມແປງເຮືອນຢູ່ໃຫ້ແກ່ບັນດາຄອບຄົວຖືກຜົນເສຍຫາຍໂດຍໄພທຳມະຊາດ, ພາຍຸນ້ຳຖ້ວມກໍ່ຂຶ້ນໃນໄລຍະຜ່ານມາ ຢູ່ເຂດພາກກາງ, ຮັບປະກັນປະຕິບັດສຳເລັດ ບັ້ນເຄື່ອນໄຫວກວາງຈຸງ ຖືກຕ້ອງຕາມແຜນການວາງອອກ (ກ່ອນວັນທີ 15 ທັງກອນ 2026).