ສິນ​ໃນ​ນ້ຳ ຫວຽດ​ນາມ ມີ​ການ​ເຕີ​ບ​ໂຕ​ລື່ນ​ກ​ານ​ຄາດ​ຄະ​ເນ​ໃນ​ປີ 2025

(VOVWORLD) - ຍອດມູນຄ່າການສົ່ງອອກສິນໃນນ້ຳຄາດວ່າບັນລຸກ່ວາ 11 ຕື້ USD, ເພີ່ມຂຶ້ນ 7,8%ເມື່ອທຽບໃສ່ແຜນການ ແລະ ເພີ່ມຂຶ້ນ 12,7%ເມື່ອທຽບໃສ່ປີກ່ອນ.
ສິນ​ໃນ​ນ້ຳ ຫວຽດ​ນາມ ມີ​ການ​ເຕີ​ບ​ໂຕ​ລື່ນ​ກ​ານ​ຄາດ​ຄະ​ເນ​ໃນ​ປີ 2025 - ảnh 1ພາບປະກອບ:  Vneconomy

ປີ 2025, ໃນສະພາບການເສດຖະກິດທົ່ວໂລກ ມີການຜັນປ໋ຽນຫຼາຍຢ່າງ, ຂະແໜງສິນໃນນ້ຳ ຫວຽດນາມ ຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າດ້ວຍຍອດປະລິມານບັນລຸເກືອບ 9,95 ລ້ານໂຕນ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ປີ 2024 ແລະ ລື່ນກາຍແຜນການວາງອອກ. ຍອດມູນຄ່າການສົ່ງອອກສິນໃນນ້ຳຄາດວ່າບັນລຸກ່ວາ 11 ຕື້ USD, ເພີ່ມຂຶ້ນ 7,8%ເມື່ອທຽບໃສ່ແຜນການ ແລະ ເພີ່ມຂຶ້ນ 12,7%ເມື່ອທຽບໃສ່ປີກ່ອນ. ນີ້ແມ່ນປີການສົ່ງອອກສິນໃນນ້ຳຕ້ອງປະເຊີນໜ້າກັບກຳລັງດັ່ນຫຼາຍຢ່າງ, ຈາກພາສີສົມທົບຂອງອາເມລິກາ, ຄວາມສ່ຽງຈັດວາງອັດຕາພາສີຕ້ານການຂາຍບູບລາຄາສຳລັບກຸ້ງ, ຄ່າໃຊ້ຈ່າຍເພີ່ມຂຶ້ນຈາກບບັນດາຮົ່ວກີດຂວາງດ້ານເຕັກນິກນັບມື້ນັບເຄັ່ງຄັດ. ເຖິງຢ່າງໃດກໍຕາມ, ການສົ່ງອອກສິນໃນນ້ຳຍັງຮັບຮູ້ບັນດາບາດກ້າວເຕີບໂຕລື່ນກາຍລະບັດຄາດຄະເນ.

ຕອບກັບ

ຂ່າວ/ບົດ​ອື່ນ