(VOVWORLD) - ໃນຂອບເຂດການຮ່ວມມືໃໝ່, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ໃຫ້ບຸລິມະສິດແກ່ກັນໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ
(ທີ່ການພົບປະສົນທະນາ) |
ໃນຂອບເຂດການຢ້ຽມຢາມ ອານເຊຣີ ຢ່າງເປັນທາງການ, ຕອນເຊົ້າວັນທີ 19 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ສູນກອງປະຊຸມສາກົນທີ່ນະຄອນຫຼວງ Algiers, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Sifi Ghrieb, ນາຍົກລັດຖະມົນຕີ ອານເຊຣີ. ຢູ່ທີ່ນີ້ິ້, 2 ຝ່າຍໄດ້ເຫັນດີຍົກລະດັບການພົວພັນລະຫວ່າງ ຫວຽດນາມ - ອານເຊຣີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.
ໃນຂອບເຂດການຮ່ວມມືໃໝ່, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ໃຫ້ບຸລິມະສິດແກ່ກັນໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ; ຊຸກຍູ້ການລົງທຶນ, ເປີດປະຕູຕະຫຼາດ 2 ປະເທດໃຫ້ສິນຄ້າທີ່ມີທ່າແຮງຂອງກັນ, ເພີ່ມທະວີການແລກປ່ຽນການຄ້າ, ຮັບປະກັນຜົນປະໂຫຍດຂອງ 2 ປະເທດໃຫ້ມີຄວາມດຸ່ນດ່ຽງ. ພ້ອມກັນນັ້ນ, ກໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ຄວາມປອດໄພທາງໄຊເບີ, ກະສິກຳ… ທ່ານກໍ່ສະເໜີໃຫ້ 2 ຝ່າຍຕັ້ງໜ້າສ້າງຕັ້ງອະນຸກຳມະການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ສາທາລະນະສຸກ, ການສຶກສາບຳລຸງສ້າງ ແລະ ບັນດາຂົງເຂດວິຊາສະເພາະຂະແໜງການອື່ນໆ.
ສິ້ນສຸດການພົບປະສົນທະນາ, ນາຍົກລັດຖະມົນຕີທັງ 2 ທ່ານ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ແລະ ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືຫຼາຍສະບັບລະຫວ່າງ 2 ປະເທດ, ຄື: ບົດບັນທຶກກອງປະຊຸມຄັ້ງທີ 13 ຄະນະກຳມະການປະສົມການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ຫວຽດນາມ - ອານເຊຣີ; ບົດບັນທຶກຊ່ວຍຈຳລະຫວ່າງກະຊວງກໍ່ສ້າງ ຫວຽດນາມ ແລະ ກະຊວງເຮືອນຢູ່, ການວາງແຜນຜັງຕົວເມືອງ ແລະ ນະຄອນ Algiers ໃນຂົງເຂດເຮືອນຢູ່, ການວາງແຜນຜັງຕົວເມືອງ; ສັນຍາກ່ຽວກັບການຮ່ວມມືໃນຂົງເຂດການສຶກສາລະຫວ່າງລັດຖະບານ 2 ປະເທດ…