(vovworld) - ວັນທີ 13/6, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວກເກື່ອງ ໄດ້ເຂົ້າຮ່ວມການພົບປະປະຈຳປີຂອງສະຫະພັນແຫ່ງຊາດ ບັນດາຄອບຄົວທີ່ມີທະຫານ ອາເມລິກາ ຖືກເສຍຊີວິດ ແລະ ຫາຍສາບສູນໃນປາງສົງຄາມ POW/ MIA ອາເມລິກາ, ຕາມຄຳເຊື້ອເຊີນຂອງສະຫະພັນນີ້. ນີ້ແມ່ນຄັ້ງທຳອິດເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ອາເມລິກາ ເຂົ້າຮ່ວມການພົບປະປະຈຳປີຂອງສະຫະພັນບັນດາຄອບຄົວ POW/ MIA. ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນກວກເກື່ອງ ຊີ້ແຈ້ງວ່າ: ຢູ່ ຫວຽດນາມ ຍັງມີຫຼາຍກໍລະນີຫາຍສາບສູນໃນປາງສົງຄາມ. ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍຈິດໃຈ “ປະອະດີດໄວ້, ມຸ້ງໄປສູ່ອະນາຄົດ”, ຫວຽດນາມ ໄດ້ຮ່ວມມືດ້ວຍເຈດຕະນາດີກັບ ອາເມລິກາ ໃນບັນຫາ MIA ພາຍລັງສົງຄາມ ແລະ ຖືວ່ານີ້ແມ່ນບັນຫາມະນຸດສະທຳ. ທ່ານເອກອັກຄະລັດຖະທູດກໍ່ໃຫ້ຮູ້ວ່າ: ດ້ວຍຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງທັງ 2 ຝ່າຍ, ມີ 693 ໃນຈຳນວນ 1.983 ກໍລະນີ MIA ຂອງ ອາເມລິກາ ຢູ່ ຫວຽດນາມ ໄດ້ຮັບການແກ້ໄຂ. ທ່ານເອກອັກຄະລັດຖະທູດ ຫງວຽນກວກເກື່ອງ ກໍ່ໄດ້ຮັບຮູ້ບັນດາການຮ່ວມມືຂອງ ອາເມລິກາ ໃນການສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງເກືອບ 1.000 ກໍລະນີທະຫານ ຫວຽດນາມ ຫາຍສາບສູນໃນສົງຄາມ. ເນື່ອງໃນໂອກາດນີ້, ອີກຄັ້ງໜຶ່ງທ່ານ ອິດເອກອັກຄະລັດຖະທູດ ໄດ້ຢັ້ງຢືນຫຼັກໝັ້ນຂອງ ຫວຽດນາມ ສືບຕໍ່ຮ່ວມມືກັບ ອາເມລິກາ ໃນການແກ້ໄຂບັນຫາ MIA, ພ້ອມທັງຮຽກຮ້ອງໃຫ້ລັດຖະບານ ກໍ່ຄື ບັນດາອົງການສັງຄົມ ອາເມລິກາ, ໃນນັ້ນມີສະຫະພັນແຫ່ງຊາດ ບັນດາຄອບຄົວ POW/ MIA ອາເມລິກາ ສືບຕໍ່ສະໜອງຂໍ້ມູນຂ່າວສານກ່ຽວກັບກໍລະນີຫາຍສາບສູນຂອງ ຫວຽດນາມ, ໜູນຊ່ວຍ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມຍິ່ງກ່ວາອີກ, ພິເສດແມ່ນກ່ຽວກັບບັນຫາທາດພິດສີສົ້ມ ແລະ ເກັບກູ້ລະເບີດຍັງບໍ່ທັນແຕກ.