ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ​ເຊັນ​​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ທີ່​ມີ​ມູນ​ຄ່າກວ່າ 37 ຕື້ USD

(VOVWORLD) -  ຕອນແລງວັນທີ 18 ກຸມພາ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ (ອາເມລິກາ), ບັນດາຄູ່ຮ່ວມມື ຫວຽດນາມ ແລະ ອາເມລິກາ ໄດ້ເຊັນໃນສັນຍາ, ຂໍ້ຕົກລົງຮ່ວມມືສະບັບຕ່າງໆໃນບັນດາຂົງເຂດຈຸດສຸມ, ລວມມູນຄ່າທັງໝົດເຖິງ 37,2 ຕື້ USD. ເຂົ້າຮ່ວມເຫດການມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ການນຳສອງປະເທດຫຼາຍທ່ານ.
ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ​ເຊັນ​​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ທີ່​ມີ​ມູນ​ຄ່າກວ່າ 37 ຕື້ USD - ảnh 1ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມພິທີເຊັນ
(ພາບ: TTXVN)

ເອກະສານສະບັບຕ່າງໆທີ່ສອງຝ່າຍໄດ້ແລກປ່ຽນ ແລະ ເຊັນນັ້ນ ລວມມີຂໍ້ຕົກລົງສຳຄັນຫຼາຍສະບັບໃນບັນດາຂົງເຂດວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ, ການບິນ ແລະ ສາທາລະນະສຸກ.

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ​ເຊັນ​​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ທີ່​ມີ​ມູນ​ຄ່າກວ່າ 37 ຕື້ USD - ảnh 2ບໍລິສັດໃຫຍ່ການບິນ ຫວຽດນາມ (Vietnam Airlines) ແລະ ກຸ່ມບໍລິສັດ Boeing ລົງນາມໃນສັນຍາຊື້ຂາຍເຮືອບິນ Boeing 737 MAX ຈຳນວນ 50 ລຳ (ພາບ: TTXVN)

ບໍລິສັດໃຫຍ່ການບິນ ຫວຽດນາມ (Vietnam Airlines) ແລະ ກຸ່ມບໍລິສັດ Boeing ລົງນາມໃນສັນຍາຊື້ຂາຍເຮືອບິນ Boeing 737 MAX ຈຳນວນ 50 ລຳ. ບໍລິສັດການບິນ Sun ຝຸກວັກ Airways ແລະ ກຸ່ມບໍລິສັດ Boeing ກໍໄດ້ລົງນາມໃນສັນຍາຊື້ຂາຍເຮືອບິນ Boeing 787-9 Dreamliner ຈຳນວນ 40 ລຳ. ໄປຄຽງຄູ່າກັນນັ້ນ, Vietjet  ແລະ Pratt & Whitney ກໍໄດ້ເຊັນສັນຍາຮ່ວມມືເຊັ່ນດຽວກັນ.

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ​ເຊັນ​​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ທີ່​ມີ​ມູນ​ຄ່າກວ່າ 37 ຕື້ USD - ảnh 3 ໂຮງໝໍຫຼາຍຂະແໜງ ເຕິມແອັງ ຫວຽດນາມ ແລະ ບໍລິສັດ Mevion Medical Systems ໄດ້ເຊັນສັນຍາຊື້ຂາຍລະບົບສ່ອງ ເອັກຊະເລ ປົ່ນປົວພະຍາດມະເຮັງ ທີ່ທັນສະໄໝທີ່ສຸດຢູ່ ອາເມລິກາ (ພາບ: TTXVN)

        ຢູ່ໃນຂົງເຂດສາທາລະນະສຸກ, ໂຮງໝໍຫຼາຍຂະແໜງ ເຕິມແອັງ ຫວຽດນາມ ແລະ ບໍລິສັດ Mevion Medical Systems ໄດ້ເຊັນສັນຍາຊື້ຂາຍລະບົບສ່ອງ ເອັກຊະເລ ປົ່ນປົວພະຍາດມະເຮັງ ທີ່ທັນສະໄໝທີ່ສຸດຢູ່ ອາເມລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ