ຫວຽດນາມ ແລະ EU ຈະກ່າຍເປັນບັນດາ ຄູ່ຮ່ວມມືສຳຄັນໃນໄລຍະທີ່ຈະມາເຖິງ
( ພາບ : http://www.vietnamplus.vn/)
ຕອນເຊົ້າວັນທີ 7 ທັນວາ, ຢູ່ Brucxen, ປະເທດ ແບນຊິກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ທີ່ພວມຢູ່ຢ້ຽມຢາມສັນຖະວະໄມຕີລາສະອານາຈັກ ແບນຊິກ ແລະ ລັດຖະສະພາເອີລົບ ຢ່າງເປັນທາງການ, ໄດ້ເຂົ້າຢ້ຽມຂໍ່ານັບທ່ານປະທານສະພາເອີລົບ Henrmen Van Rompuy. ຢູ່ທີ່ການຕ້ອນຮັບ, ທ່ານປະທານສະພາເອີລົບ Henrmen Van Rompuy ໄດ້ຢືນຢັນວ່າ, ສະພາ ເອີລົບ ພວມມານະພະຍາຍາມ ຊ່ວຍເຫຼືອ ຫວຽດນາມ ປະຕິຮູບເສດຖະກິດ ແລະ ບັນດາຂົງເຂດອື່ນໆໃຫ້ດີກວ່າອີກ, ກໍ່ຄືກ່ຽມພ້ອມໃຫ້ການຊ່ວຍເຫຼືອ ຫວຽດນາມກ່ຽວກັບດ້ານເສດຖະກິດເພື່ອສາມາດຮັບມືກັບສິ່ງທ້າທ້າຍໃນອານາຄົດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ກໍ່ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື EU ແມ່ນຄູ່ຮ່ວມມືສຳຄັນອັນດັບໜື່ງໃນນະໂຍບາຍການຕ່າງປະເທດ. ນະໂຍບ່າຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມໃນການພົວພັນກັບ EU ແມ່ນປາດຖະໜາຢາກສ້າງ “ ສາຍພົວພັນຄູ່ຮ່ວມມືສະເໜີພາບ, ຮ່ວມມືຢ່າງຮອບດ້ານ ແລະ ຍາວນານເພື່ອສັນຕິພາບ, ການພັດທະນາຂອງພາກພື້ນ ແລະ ໃນໂລກ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ປາດຖະໜາວ່າ EU ຈະສືບຕໍ່ອຸປະຖຳທຶນ ODA ໃຫ້ແກ່ ຫວຽດນາມ ເພື່ອຮັກສາບັນດາຜົນງານທີບັນລຸໄດ້ຢ່າງໝັ້ນຄົງ ພິເສດໃນຂົງເຂດລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາທທຸກຍາກທີ່ ຫວຽດນາມ ບັນລຸໄດ້ ແລະ ຊ່ວຍເຫຼືອ ຫວຽດນາມຫັນປ່ຽນຮູບແບບພັດທະນາເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະທີ່ຈະມາເຖິງ”. ແລະກໍ່ໃນຕອນເຊົ້າວັນດ່ຽວກັບ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ກໍ່ໄດ້ພົບປະກັບທ່ານ Kris Peeter, ຜູ້ວ່າການເຂດ Flander, ໃຊ້ພາສາ ໂຮມລັງ .