ຫວຽດນາມ ແລະ UAE ຫັນເປົ້າໝາຍການຄ້າສອງຝ່າຍບັນລຸ 10 ຕື້ USD ໃຫ້ປະກົດຜົນເປັນຈິງ
(VOVWORLD) - ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະສານສົມທົບກັບ UAE ແລະ ບັນດາປະເທດ ໃນພາກພື້ນຕາເວັນອອກກາງ ເພື່ອຊຸກຍູ້ການຊອກຫາ ມາດຕະການແກ້ໄຂການປະທະກັນຢູ່ພາກພື້ນໂດຍສັນຕິວິທີ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມສົນທະນາທາງໂທລະສັບກັບທ່ານ Sheikh Mohammed bin Zayed Al-Nahyan ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລດ (ພາບ: VOV) |
ຕອນຄ່ຳວັນທີ 9 ມີນາ, ທີ່ການສົນທະນາທາງໂທລະສັບກັບທ່ານ Sheikh Mohammed bin Zayed Al-Nahyan ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລດ (UAE), ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະສານສົມທົບກັບ UAE ແລະ ບັນດາປະເທດ ໃນພາກພື້ນຕາເວັນອອກກາງ ເພື່ອຊຸກຍູ້ການຊອກຫາ ມາດຕະການແກ້ໄຂການປະທະກັນຢູ່ພາກພື້ນໂດຍສັນຕິວິທີ. ສ່ວນທ່ານ Sheikh Mohammed bin Zayed Al-Nahyan ປະທານາທິບໍດີ UAE ປາດຖະໜາຢາກປັບປຸງການພົວພັນກັບ ຫວຽດນາມ ພ້ອມແລ້ວທີ່ຈະປະສານສົມທົບກັນເພື່ອຊຸກຍູ້ການພົວພັນສອງປະເທດໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງກວ່າ, ທ່ານສະເໜີການນຳສອງປະເທດຕັ້ງໜ້າພົບປະ, ເປີດກວ້າງຂອບເຂດການເຊື່ອມຕໍ່ ແລະ ພົວພັນໃນທຸກຂັ້ນ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ. ທ່ານປະທານາທິບໍດີ UAE ໃຫ້ຮູ້ວ່າ ຈະໜູນຊ່ວຍ ຄວາມຕ້ອງການດ້ານພະລັງງານຫຼາຍທີສຸດໃຫ້ແກ່ ຫວຽດນາມໃນສະເພາະໜ້າ ແລະໃນໄລຍະ ຍາວ.