(vovworld) - ວັນທີ 13/7, ທູດພິເສດລວມຂອງສະຫະປະຊາຊາດ ແລະ ສະຫະພັນ ອາຣັບ ທ່ານ Kofi Annan ໄດ້ກ່າວປະນາມຢ່າງຮຸນແຮງຕໍ່ເຫດຄາດຕະກຳຢູ່ ບ້ານ Traimsed ທີ່ຂຶ້ນກັບແຂວງ Hama, ພາກກາງຊີຣີ, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດກວ່າ 150 ຄົນ. ມີແຫຼ່ງຂ່າວໃຫ້ຮູ້ວ່າ: ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບໃນເຫດການນີ້ໄດ້ຂຶ້ນເຖິງ 200 ຄົນ. ທ່ານ Annan ໃຫ້ຮູ້ວ່າ: ທ່ານຮູ້ສຶກຕົກສະເງີ້ ຕໍ່ແຫຼ່ງຂ່າວກ່ຽວກັບເຫດການຄາດຕະກຳນີ້, ກ່ຽວກັບລະດັບຄວາມເສຍຫາຍທາງດ້ານຊີວິດອີນຊີ ກໍຄືເລື່ອງນຳໃຊ້ບັນດາອາວຸດຂະໜາດໜັກຄື ລົດຕັງ, ຍົນເອລີກອບແຕສູ້ຮົບ... ນີແມ່ນເຫດການຄາດຕະກຳທີ 3 ຢູ່ ຊີຣີ ແລະ ແມ່ນເຫດການທີ່ 2 ຢູ່ແຂວງ Hama ໃນ 2 ເດືອນຜ່ານມາໄດ້ເກີດເຫດຄາດຕະກຳ 2 ຄັ້ງຢ່າງຕໍ່ເນື່ອງຢູ່ ບ່ານ Houla ເມື່ອວັນທີ 25/5 ແລະ ບ້ານ Al – Kubeir ເມື່ອວັນທີ 6/6, ເຮັດໃຫ້ນັບຮ້ອຍໆຄົນເສຍຊີວິດ ແລະ ຮັບບາດເຈັບ.