ຫຼາຍທ້ອງຖິ່ນສະເຫຼີມສະຫຼອງ 35 ປີແຫ່ງວັນ ໄຊຊະນະລະບອບ ດັບສູນເຊື້ອຊາດຢູ່ ກຳປູເຈຍ
(ພາບປະກອບ)
(vovworld) – ຕອນບ່າຍວັນທີ 7/1, ແຂວງ ອານຢາງ ສະເຫຼີມສະຫຼອງ 35 ປີແຫ່ງວັນໄຊຊະນະລະບອບດັບສູນເຊື້ອຊາດຢູ່ ກຳປູເຈຍ ( 7/1/1979 – 7/1/2014 ). ທີ່ພິທີສະເຫຼີມສະຫຼອງ, ບັນດາຜູ້ແທນໄດ້ທວນຄືນວິວັດການປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້, ຊ່ວຍປະຊາຊົນ ກຳປູເຈຍ ປົດປ່ອຍອອກຈາກລະບອບດັບສູນເຊື້ອຊາດ Pol Pot, ສ້າງຊີວິດໃໝ່. ໃນບັ້ນຮົບຕ້ານ ລະບອບດັບສູນເຊື້ອຊາດ Pol Pot, ນັກຮົບ ແລະ ປະຊາຊົນ ອານຢາງ ຫຼາຍຄົນໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ. ການເສຍສະຫຼະຊີວິດ ແລະ ບັນດາການອຸທິດສ່ວນບົນນ້ຳໃຈສາມັກຄີສາກົນທີ່ປອດໃສຂອງທະຫານອາສາສະໝັກ ຫວຽດນາມ ເວົ້າລວມ ແລະ ນັກຮົບ - ປະຊາຊົນແຂວງ ອານຢາງ ເວົ້າສະເພາະທີ່ໄດ້ຊ່ວຍ ກຳປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ, ຟຶ້ນຕົວປະເທດແຫ່ງວັດວາອາຮາມຄືນໃໝ່.
ໃນວັນດຽວກັນ, ທີ່ນະຄອນ ເກີ່ນເທີ, ຄະນະພັກ, ກອງບັນຊາການເຂດທະຫານພາກ 9 ກໍ່ຈັດຕັ້ງງານໂຮມຊຸມນຸມສະເຫຼີມສະຫຼອງ 35 ປີແຫ່ງວັນໄຊຊະນະສົງຄາມປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ ແລະ ພ້ອມກັບປະຊາຊົນ ກຳປູເຈຍ ຕີເອົາໄຊຊະນະລະບອບດັບສູນເຊື້ອຊາດ (7/1/1979 – 7/1/2014). ທີ່ພິທີສະເຫຼີມສະຫຼອງ, ພົນຕີ ຫງວຽນເຟືອງນາມ, ຜູ້ບັນຊາການເຂດທະຫານພາກ 9 ເນັ້ນໜັກວ່າ: ໃນໄລຍະໃໝ່, ກອງບັນຊາການເຂດທະຫານພາກ 9 ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພຸນຄຸນສ້າງນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງກຳລັງປະກອບອາວຸດຂອງເຂດທະຫານພາກ 9 ກັບບັນດາກອງທະຫານລາຊະວົງ ກຳປູເຈຍ; ຈາກນັ້ນປະກອບສ່ວນ ສ້າງສາຍພົວພັນ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມູນເຊື້ອມິດຕະພາບ, ການຮ່ວມມືຮອບດ້ານ, ຄວາມໝັ້ນຄົງອັນຍາວນານ, ລະຫວ່າງສອງຊາດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຢ່າງໝັ້ນຄົງລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍ.