ຫຼາຍບັນຫາຄວາມໝັ້ນຄົງທີ່ສຳຄັນຈະໄດ້ນຳມາປຶກສາຫາລືທີ່ກອງປະຊຸມADMM-9
ກອງປະຊຸມລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ຄັ້ງທີ 9
(ພາບ: TTXVN)
|
(vovworld) – ກອງປະຊຸມລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ຄັ້ງທີ 9 (ADMM - 9) ຖືກດຳເນີນໄປຢ່າງເປັນທາງການໃນວັນທີ 16/3 ຢູ່ Langkawi, ປະເທດ ມາເລເຊຍ. ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍພົນເອກ ຟູ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ນຳໜ້າເຂົ້າຮ່ວມກອງປະຊຸມ.
ທີ່ກອງປະຊຸມ ADMM ຄັ້ງນີ້, ບັນດາລັດຖະມົນຕີວ່າການຈະປຶກສາຫາລືຕບັນດາບັນຫາທີ່ຍັງຄົງຂ້າງກ່ຽວກັບຄວາມໝັ້ນຄົງໃນພາກພື້ນ. ພິເສດ, ກຳລັງກໍ່ການຮ້າຍຂອງອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ ພວມແມ່ນບັນດາຮີບເຮັ່ງ ແລະ ຈະໄດ້ນຳມາປຶກສາຫາລື ຍ້ອນວ່າ ອາຊຽນ ໄດ້ຮັບການຄາດຄະເນວ່າແມ່ນສະຖານທີ່ສົ່ງຕໍ່ຂອງບັນດາກຳລັງ IS ຈາກ ອາຊຽນ ໄປຍັງ ຕາເວັນອອກກາງ ແລະ ອາບຟຣີກາ ເໜືອ. ບັນດາບັນຫາຕົ້ນຕໍ່ອື່ນໆຈະໄດ້ຮັບການແລກປ່ຽນລວມມີຄວາມປອດໄພດ້ານເຄືອຂ່າຍ ອິນເຕີເນັດ, ຄວາມໝັ້ນຄົງໃນການພັດທະນາເຕັກໂນໂລຢີສູງ, ຄວາມໝັ້ນຄົງບົນທະເລ, ພິເສດແມ່ນຕ້ານໂຈນສະລັດ ຢູ່ທະເລຕາເວັນອອກ… ບັນດາຜູ້ແທນກໍ່ປຶກສາຫາລືຂໍ້ລິເລີ່ມຂອງປະເທດເຈົ້າພາບ ມາເລເຊຍ ກ່ຽວກັບການສ້າງຕັ້ງກຳລັງຮັກສາສັນຕິພາບຢູ່ ອາຊຽນ. ຫວຽດນາມ ຍົກອອກຂໍ້ສະເໜີສັງລວມຕີລາຄາ ແລະ ຖອດຖອນບັນດາບົດຮຽນຂອງ ADMM ໃນເກືອບໜຶ່ງທົດສະວັດທີ່ຜ່ານມາ ແລະ ກໍ່ສ້າງກົນໄກປັບປຸງກໍ່ຄືກຳນົດທິດໃຫ້ແກ່ການເຄື່ອນໄຫວຂອງ ADMM ໃນໄລຍະແຕ່ 5 ເຖິງ 10 ປີຈະມາເຖິງ.