ອັງກິດປະກາດຮ່າງກົດໝາຍເພື່ອແນໃສ່ຢຸດຕິລະບຽບການເປັນສະມາຊິກອີຢູຢ່າງເປັນທາງການ
(VOVWORLD) - ວັນທີ 10 ກໍລະກົດ, ອັງກິດ ໄດ້ປະກາດຮ່າງກົດໝາຍຖອນອອກຈາກສະຫະພາບເອີລົບ (ອີຢູ) ຢ່າງເປັນທາງການ, ຫຼື ເອີ້ນວ່າ “ກົດໝາຍວ່າດ້ວຍການຍົກເລິກ”, ເພື່ອແນໃສ່ຢຸດຕິລະບຽບການເປັນສະມາຊິກຂອງອັງກິດ ໃນອີຢູ.
(ພາບປະກອບອີນເຕີແນັດ) |
ກ່ຽວກັບດ້ານທິດສະດີ, ເລື່ອງອັງກິດ ຖອນອອກຈາກອີຢູ (Brexit) ຈະເລີ່ມດຳເນີນໃນເດືອນ ມີນາ ປີ 2019. ຮ່າງກົດໝາຍກໍ່ຢຸດຕິສິດສູງສຸດຂອງສານຍຸຕິທຳເອີລົບ (ECJ) ຢູ່ອັງກິດ, ພ້ອມທັງຍົກອອກລາຍລະອຽດວິທີການທີ່ລັດຖະບານອັງກິດ ຫັນປ່ຽນ 12.000 ຂໍ້ກຳນົດ ແລະ ກົດໝາຍຂອງອີຢູ ໃນປະຈຸບັນ ໃຫ້ກາຍເປັນກົດໝາຍຂອງອັງກິດ, ຜ່ານນັ້ນຊ່ວຍຮັບປະກັນວ່າ ລາຊະອານາຈັກອັງກິດ ຈະມີ “ລະບົບກົດໝາຍໄດ້ເຄື່ອນໄຫວຢ່າງຄົບຖ້ວນ” ພາຍຫຼັງຖອນອອກຈາກອີຢູ, ສິ່ງດັ່ງກ່າວໝາຍຄວາມວ່າ “ອັງກິດ ອາດຈະຖອກອອກຈາກອີຢູ ໂດຍແນ່ນອນ, ຕໍ່ເນື່ອງ ແລະ ຄວບຄຸມໃນລະດັບສູງສຸດ”.