(vovworld) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 17 – 21/11, ວັນທີ 19/11, ຄະນະຜູ້ແທນອົງການກວດການະຄອນໂຮ່ຈິມິນ ໂດຍທ່ານ Lam Dinh Chien, ຮອງຫົວໜ້າອົງການກວດການຳໜ້າ ໄດ້ມີການເຈລະຈາກັບຄະນະຜູ້ແທນອົງການກວດການະຄອນຫຼວງວຽງຈັນ, ໂດຍທ່ານ ສີຫຸນ ສິດທິລືໄຊ, ປະທານກວດກາພັກ - ລັດນະຄອນຫລວງວຽງຈັນ ນຳໜ້າ. ທີ່ການພົບປະ, ສອງຝ່າຍໄດ້ແຈ້ງໃນກັນຊາບກ່ຽວກັບສະພາບການເສດຖະກິດສັງຄົມຢູ່ທ້ອງຖິ່ນ ແລະ ວຽກງານກວດກາ, ແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກໃນການປ້ອງກັນຕ້ານການສໍ້ລາດບັງຫຼວງ, ການແກ້ໄຂຄຳກ່າວຟ້ອງໃນໄລຍະຜ່ານມາ; ແລກປ່ຽນກ່ຽວກັບໂຄງຮ່າງຈັດຕັ້ງອົງການກວດກາ, ບົດບາດໜ້າທີ່ກໍຄືບົດຮຽນສະພາບຕົວຈິ່ງ ເພື່ອຄົ້ນພົບບັນດາກໍລະນີຜິດພາດທີ່ກ່ຽວຂ້ອງເຖິງການສໍ້ລາດບັງຫຼວງ ແລະ ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນວຽກງານກວດກາ. ສອງຝ່າຍໄດ້ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມ ລາວ ຄັ້ງນີ້ຂອງຄະນະ ແມ່ນໂອກາດທີ່ດີເພື່ອໃຫ້ສອງຝ່າຍເພີ່ມທະວີການຮ່ວມມື, ແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ວນປັບປຸງການພົວພັນລະຫວ່າງສອງອົງການກວດກາ, ປະຕິບັດໜ້າທີ່ປ້ອງກັນ, ຕ້ານການສໍ້ລາດບັງຫຼວງເປັນຢ່າງດີ, ກໍ່ສ້າງອຳນາດການປົກຄອງໃຫ້ໂປງໃສ, ເຂັ້ມແຂງ ເຊິ່ງທາງນະຄອນໄດ້ມອບໝາຍໃຫ້, ສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2012 ຢ່າງແທດຈິງ, ປະກອບສ່ວນເພີ່ມພູນຄຸນສ້າງສາຍພົວພັນສາມັກຄີມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ໃຫ້ນັບມື້ນັບເຂັ້ມແຂງ.