ອັດກອງປະຊຸມຄັ້ງທີ 21 ຄະນະປະຈຳສະພາແຫ່ງຊາດ
ພາບປະກອບ
(vovworld) – ພາຍຫຼັງເຮັດວຽກມາເປັນເວລາ 2 ອາທິດ, ຕອນບ່າຍວັນທີ 23/9, ກອງປະຊຸມຄັ້ງທີ 21 ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຖືກອັດລົງ. ກ່າວຄຳເຫັນທີ່ທີ່ພິທີອັດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ ໃຫ້ຮູ້ວ່າ: ໃນກອງປະຊຸມຄັ້ງທີ 21, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແລະ ຮ່າງກົດໝາຍ 14 ສະບັບ, 2 ບົດລາຍງານຕິດຕາມກວດກາ ແລະ ບົດລາຍງານອື່ນໆອີກ, ກໍ່ຄືປະກອບຄຳເຫັນກ່ຽວກັບລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 6. ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາລາຍການກະກຽມໃຫ້ກອງປະຊຸມລັດຖະສະພາລະຫວ່າງຊາດແຫ່ງໂລກ IPU ໃນປີ 2015 ຢູ່ ຫວຽດນາມ ແລະ 70 ປີແຫ່ງວັນສ້າງຕັ້ງສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ຕັກເຕືອນວ່າ: ກອງປະຊຸມສະໄໝສາມັນເທື່ອທີ 6 ຈະມາເຖິງຈະໜັກໜ່ວງກ່ວາ ດ້ວຍຫຼາຍລັດຖະນະໂຍບາຍສຳຄັນ, ດັ່ງນັ້ນ, ບັນດາເນື້ອໃນຂອງກອງປະຊຸມ ແລະ ບັນດາເອກະສານກ່ຽວຂ້ອງຕ້ອງໄດ້ຮັບການກະກຽມລະອຽດກ່ຽວກັບຄຸນນະພາບຫຼາຍກ່ວາ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ກ່າວວ່າ:
“ຮອດຈຸດເວລານີ້, ໂຄງການສ້າງກົດໝາຍໄດ້ເປີດ, ກ້ວາງອອກພໍສົມຄວນ ດັ່ງນັ້ນເລື່ອງຮັບປະກັນຄຸນນະພາບພ້ອມກັບດ້ານຈຳນວນແມ່ນຍາກ, ຕ້ອງອີງໃສ່ສະພາບການຕົວຈິງ. ຮອດກອງປະຊຸມສະໄໝສາມັນເທື່ອທີ 6 ນີ້ຈະຮັບຮອງເອົາລັດຖະທຳມະນູນ, ຕາມນັ້ນແລ້ວຈຳນວນວຽກງານແມ່ນຫຼາຍຢູ່”