ອັດກອງປະຊຸມຄັ້ງທີ 43 ຂອງຄະນະປະຈຳສະພາແຫ່ງຊາດ
(VOVWORLD) - ພາຍຫຼັງເຮັດວຽກເປັນເວລາ 2 ວັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະຕິບັດສຳເລັດ 12 ເນືິ້ອໃນ, ໃນນັ້ນ ມີການປະກອບຄຳເຫັນໃສ່ຮ່າງກົດໝາຍ 07 ສະບັບ ກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນຄັ້ງທີ 9.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວອັດກອງປະຊຸມ (ພາບ: quochoi.vn) |
ຕອນບ່າຍວັນທີ 14 ມີນາ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ກອງປະຊຸມຄັ້ງທີ 43 ຂອງຄະນະປະຈຳສະພາແຫ່ງຊາດໄດ້ດຳເນີນພິທີອັດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ພາຍຫຼັງເຮັດວຽກເປັນເວລາ 2 ວັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະຕິບັດສຳເລັດ 12 ເນືິ້ອໃນ, ໃນນັ້ນ ມີການປະກອບຄຳເຫັນໃສ່ຮ່າງກົດໝາຍ 07 ສະບັບ ກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນຄັ້ງທີ 9. ທ່ານກໍໃຫ້ຮູ້ວ່າຕື່ມອີກວ່າ ເພື່ອຮັບປະກັນຜັນຂະຫຍາຍບັນດາຂັ້ນຕອນໃນການປັບປຸງ, ເພີ່ມເຕີມລັດຖະທຳມະນູນຢ່າງຄົບຖ້ວນ ແລະ ປະຕິບັດຄຳຮຽກຮ້ອງໃນບົດສະຫຼຸບຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ, ຄາດວ່າ ກອງປະຊຸມສະໄໝສາມັນຄັ້ງທີ 9 ສະພາແຫ່ງຊາດ ຈະໄດ້ໄຂຂຶ້ນໃນໄວໆນີ້, ນັບແຕ່ຕົ້ນເດືອນ ພຶດສະພາ 2025.