(vovworld) – ພາຍຫຼັງເຮັດວຽກເປັນເວລາ 5 ວັນ, ຕອນບ່າຍວັນທີ 16/10, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ຄະນະປະຈຳສະພາແຫ່ງຊາດ ໄດ້ອັດກອງປະຊຸມຄັ້ງທີ 42. ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີໃຫ້ບັນດາອົງການຮຽບຮຽງ, ອົງການກວດກາສົມທົບກັນຢ່າງແໜ້ນແຟ້ນ, ຮັບເອົາບັນດາຄຳເຫັນປຶກສາຫາລືຂອງຄະນະປະຈຳສະພາແຫ່ງຊາດ, ສ້າງບັນດາເອກະສານດ້ານກົດໝາຍໃຫ້ສົມບຸບແບບ ກ່ອນທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດ ທີ່ກອງປະຊຸມຄັ້ງທີ 10. ກ່ຽວຂ້ອງເຖິງບັນດາບົດລາຍງານເສດຖະກິດສັງຄົມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໃຫ້ຮູ້ວ່າ, ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະຮັບຮອງເອົາມະຕິກ່ຽວກັບການຕີລາຄາເສດຖະກິດສັງຄົມ, ງົບປະມານຂອງລັດປີ 2015 ແລະ ຄາດໝາຍ, ຈຸດໝາຍ, ມາດຕະການແກ້ໄຂໃຫ້ປີ 2016, ພ້ອມທັງປຶກສາຫາລືກ່ຽວກັບແຜນການ 5 ປີ.