(vovworld) - ໃນວາລະອັດກອງປະຊຸມເມື່ອຕອນບ່າຍວັນທີ 25/10 ຢູ່ຮ່າໂນ້ຍ, ກອງປະຊຸມລັດຖະມົນຕີ ASEM ກ່ຽວກັບແຮງງານ - ວຽກເຮັດງານທຳຄັ້ງທີ 4 ໄດ້ຮັບຮອງເອົາຖະແຫຼງການຮ່າໂນ້ຍ, ໃນນັ້ນໄດ້ຢືນຢັນຄືນໃໝ່ ແລະ ເນັ້ນໜັກບັນດາຄຳໝັ້ນສັນຍາດ້ານການເມືອງຂອງບັນດາລັດຖະມົນຕີກ່ຽວກັບຄວາມຈຳເປັນຕ້ອງຮັບຮອງເອົາ, ປະຕິບັດບັນດານະໂຍບາຍເພື່ອຊຸກຍູ້ ແລະ ສ້າງວຽກເຮັດງານທຳແບບຍືນຍົງ, ພິເສດແມ່ນໃຫ້ຊາວໜຸ່ມ ແລະ ແມ່ຍິງໃນວິວັດການຟື້ນຟູເສດຖະກິດ; ປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມ, ເໝາະສົມກັບການໃຫ້ບຸລິມະສິດ, ເງື່ອນໄຂຂອງແຕ່ລະປະເທດ; ເພີ່ມທະວີວຽກງານຮັບປະກັນຄວາມປອດໄຟ ແລະອະນາໄມໃນການອອກແຮງງານ, ຍົກສູງບົດບາດໜ້າທີ່ສັງຄົມຂອງວິສາຫະກິດ. ກອງປະຊຸມໄດ້ເຫັນດີເປັນເອກະພາບນຳກັນວ່າ ASEM ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືເຊິ່ງຄວນສືບຕໍ່ຂຸດຄົ້ນ, ພ້ອມທັງເພີ່ມທະວີການເຈລະຈາ, ຮ່ວມມືຢ່າງຮອບດ້ານລະຫວ່າງບັນດາອົງການລັດຖະບານທີ່ມີສ່ວນກ່ຽວຂ້ອງກັບບັນດາຄູ່ຮ່ວມມືສັງຄົມໃນວິວັດການກໍ່ສ້າງ, ປະຕິບັດບັດດານະໂຍບາຍ, ໂຄງການກ່ຽວກັບວຽກເຮັດງານທຳ, ຮັບປະກັນຊີວິດສັງຄົມ, ຫຼັກອະນາໄມໃນການອອກແຮງງານ ເພື່ອຈຸດໝາຍຮັບປະກັນການພັດທະນາແບບຍືນຍົງ ແລະ ຮອບດ້ານ.