ທ່ານນາງ Nguyen Thi Doan ເຂົ້າຢ້ຽມຂ່ຳນັບປະທານາທິບໍດີເກຼກ
(ພາບ:ຂ່າວສານຫວຽດນາມ)
( vovworld ) - ວັນທີ 2/6, ກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 22 ໄດ້ອັດລົງຢູ່ນະຄອນຫຼວງອາແທນ ປະເທດເກຼກ ພາຍຫຼັງດຳເນີນການປຶກສາຫາລືຢ່າງຕັ້ງໜ້າເປັນເວລາ 3 ວັນ. ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງຮອງປະທານປະເທດ Nguyen Thi Doan ນຳໜ້າໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຂອງກອງປະຊຸມຢ່າງຕັ້ງໜ້າ. ການນຳລັດ, ລັດຖະບານ ແລະ ວິສາຫະກິດກ່ວາ 800 ທ່ານນາງ ທີ່ມາຈາກ 70 ປະເທດໃນໂລກໄດ້ປຶກສາຫາລືຢ່າງຟົດຟື້ນກ່ຽວກັບຫຼາຍຫົວຂໍ້ສຳຄັນຄື: ບັນດາທ່າອຽງພັດທະນາໃຫ່ຍໃນພາກພື້ນ ແລະ ໂລກ; ບົດບາດຂອງນັກທຸລະກິດຍິງຢູ່ບັນດາເຂດເຕີບໂຕສູງ; ບົດຮຽນໃນການດຳເນີນທຸລະກິດ ແລະ ຄຸ້ມຄອງວິສາຫະກິດ, ພັດທະນາວິສາຫະກິດຂຽວ…
ໃນຕອນບ່າຍຂອງວັນທີ 2/6, ທ່ານນາງຮອງປະທານປະເທດ Nguyen Thi Doan ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳເກຼກ, ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ເກຼກ. ໃນໄລຍະຢູ່ຢ້ຍມຢາມເກຼກ, ທ່ານນາງຮອງປະທານປະເທດ Nguyen Thi Doan ໄດ້ໃຫ້ການຕ້ອນຮັບການນຳບໍລິສັດ Intralot, ບໍລິສັດຂົນສົ່ງທາງທະເລ Anek Lines, ສຳນັກຂ່າວສານ SBC ແລະ ໜັງສືພິມ Shipping Finance. ນະພິທີຕ້ອນຮັບ, ບັນດາວິສາຫະກິດເກຼກ ໄດ້ຕີລາຄາສູງຄວາມສາມາດບົ່ງຊ້ອນແຫ່ງການພັດທະນາຂອງຫວຽດນາມ ແລະ ສະແດງໃຫ້ເຫັນຄວາມປາດຖະໜາ ຢາກຮ່ວມມືກັບບັນດາຄູ່ຮ່ວມມືຫວຽດນາມ.