ກອງປະຊຸມສຳມະນາວິທະຍາສາດສາກົນຄັ້ງທີ 4 ກ່ຽວກັບທະເລຕາເວັນອອກ
ພາບ: TTXVN
|
(vovworld) - ກອງປະຊຸມສຳມະນາວິທະຍາສາດສາກົນຄັ້ງທີ 4 ກ່ຽວກັບທະເລຕາເວັນອອກ ພາຍໃຕ້ຫົວຂໍ້ວ່າ: “ທະເລຕາເວັນອອກ: ການຮ່ວມມືເພື່ອຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ” ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານ ຊື່ງແມ່ນນັກຮຽນຮູ້, ນັກຄົ້ນຄ້ວາ, ຜູ້ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ໄດ້ອັດລົງໃນວັນທີ 21/11 ຢູ່ ນະຄອນ ໂຮ່ຈິມີນ. ຕາມທ່ານດັ້ງດີ່ນກູຍ, ຫົວຫນ້າສະຖານບັນການຕ່າງປະເທດ ແລ້ວ, ກອງປະຊຸມສຳມະນາໄດ້ໄຈ້ແຍກ,ແລກປ່ຽນຢ່າງເລິກເຊິ່ງ ແລະ ກວ້າງຂວາງກ່ຽວກັບສາຍເຫດທີ່ກໍ່ຄວາມເຄ່ັງຕຶງຢູ່ ທະເລຕາເວັນອອກ, ຕີລາຄາບັນດາປັດໃຈສົ່ງຜົນກະທົບເຖິງວິວັດການກຳນົດ ແລະ ຜັນຂະຫຍາຍນະໂຍບາຍກ່ຽວກັບທະເລຕາເວັນອອກຢູ່ ບາງປະເທດ; ຕີລາຄາຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບຜົນປະໂຫຍດ ແລະ ບົດບາດຂອງບັນດາຝ່າຍທີ່ກ່ຽວຂ້ອງໂດຍກົງ, ບັນດາຝ່າຍບໍ່ກ່ຽວຂ້ອງໂດຍກົງຕໍ່ການພິພາດຢູ່ທະເລຕາເວັນອອກ. ຕາມບັນດານັກຮຽນຮູ້ແລ້ວ, ທະເລຕາເວັນອອກນັບມື້ນັບກາຍເປັນບັນຫາຊື່ງບັນດາປະເທດພາຍໃນພາກພື້ນ ແລະ ນອກພາກພື້ນພວມສົນໃຈ ຍ້ອນຈຸດສຸມດ້ານເສດຖະກິດ, ການເມືອງຂອງໂລກຫັຍໄປສູ່ ອາຊີ - ປາຊິຟີກ ແລະ ຍ້ອນບັນດາປະເທດໃຫຍ່ຄື ອາເມລິກາ, ຈີນ ແລະ ບັນດາປະເທດອື່ນໃນພາກພື້ນ ລ້ວນແຕ່ຖືທະເລແມ່ນເຂດທີ່ມີຄວາມໝັ້ນຄົງ ແລະ ພັດທະນາສຳຄັນທີ່ສຸດໃນສັດຕະວັດທີ 21. ນີ້ແມ່ນຫນຶ່ງໃນບັນດາສາຍເຫດທີ່ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກໃນຊຸມປີຜ່ານມານັບມື້ນັບຜັນແປໄປຢ່າງສັບສົນ. ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຄວບຄຸມການປະທະກັນ ແລະ ແກ້ໄຂການພິພາດຢູ່ທະເລຕາເວັນອອກ, ບັນດານັກຮຽນຮູ້ ໄດ້ຍົກອອກຫລາຍຂໍ້ສະເຫນີຕໍ່ລັດຖະບານປະເທດຕ່າງໆ, ຊື່ງສຸມໃສ່ເຂົ້າໃນ 3 ໝວດ: ຊຸກຍູ້ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ເຮັດແຈ້ງບັນດາຄຳຮຽກສິດຕາມທິດເໝາະສົມກັບກົດໝາຍສາກົນ, ພິເສດແມ່ນກົດໝາຍທະເລປີ 1982, ຊຸກຍູ້ການສ້າງບັນດາກົນໄກ, ຂອບເຂດການຮ່ວມມືໃນພາກພື້ນ, ພິເສດແມ່ນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ແລະ ຄວນລະງັບໃຈກວ່າອີກ, ປະຕິບັດຕາມບັນດາຄຳໝັ້ນໝາຍຂອງຕົນ./.