(vovworld) - ວັນທີ 4/9, ພາຍຫຼັງກອງປະຊຸມເຈົ້າໜ້າທີຂັ້ນສູງ (SOM)ຢູ່ນະຄອນຫຼວງ New Delhi, ປະເທດອິນເດຍ, ກອງປະຊຸມຮ່ວມມືພາກພື້ນແມ່ນ້ຳຂອງ - ແມ່ຄົງຄາ (MGC) ຄັ້ງທີ 6 ໄດ້ອັດລົງດ້ວຍເລື່ອງເຫັນດີຊຸກຍູ້ການພົວພັນຄູ່ຮ່ວມມືໃນບັນດາຂົງເຂດພັດທະນາ, ເຕີບໂຕດ້ານເສດຖະກິດ ແລະ ນຳມາເຊິ່ງສິດຜົນປະໂຫຍດໃຫ້ແກ່ປະຊາຊົນ. ກອງປະຊຸມໄດ້ເນັ້ນໜັກຄວາມຈຳເປັນຕ້ອງຜັນຂະຫຍາຍບັນດາໂຄງການນ້ອຍ ນຳມາເຊິ່ງຜົນປະໂຫຍດໂດຍກົງ ແລະ ແທດຈິ່ງໃຫ້ແກ່ວົງຄະນະຍາດຊົນເຜົ່າສ່ວນໜ້ອຍ; ພ້ອມກັນນັ້ນຊົມເຊີຍເລື່ອງສ້າງບັນດາໂຄງການທີ່ນຳມາເຊິ່ງຜົນກະທົບຢ່າງວ່ອງໄວ້ລະຫວ່າງອິນເດຍ ກັບ 4 ປະເທດລຸ່ມແມ່ນ້ຳຂອງຄືກຳປູເຈຍ, ລາວ, ມ້ຽນມາ ແລະ ຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Pham Quang Vinh ໄດ້ສະເໜີວ່າ ກອງປະຊຸມລັດຖະມົນຕີຮ່ວມມືແມ່ນ້ຳຂອງ - ແມ່ຄົງຄາ ສຸມໃສ່ເຂົ້າໃນບັນດາຂົງເຂດສຳຄັນຄື ວັດທະນະທຳ, ການສຶກາ, ທ່ອງທ່ຽວ, ກໍຄືເຊື່ອມຕໍ່ທາງຄົມມະນາຄົມ, ເຕັກໂນໂລຊີ, ພ້ອມທັງເປີດກວ້າງການຮ່ວມມືກ່ຽວກັບການພັດທະນາຢ່າງໝັ້ນຄົງ, ໃນນັ້ນມີການປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປ່ງຂອງດິນຟ້າອາກາດ, ການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນ້ຳຈາກແມ່ນ້ຳຂອງຢ່າງໝັ້ນຄົງ.