(ທ່ານ ຫງວຽນທ້ຽນເຍິນ ປະທານຄະນະກຳມະການສູນກາງ
ແນວໂຮມປະເທດຊາດຫວຽດນາມ)
(vovworld) - ພາຍຫຼັງ 2 ມື້ແຫ່ງການເຮັດວຽກ, ວາລະອັດ ກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມ ຊຸດທີ 8 ໄດ້ດຳເນີນໃນຕອນບ່າຍວັນທີ 27/9, ຢູ່ຮ່າໂນ້ຍ. ທີ່ວາລະອັດ. ກອງປະຊຸມໃຫຍ່ໄດ້ປະກາດລາຍຊື່ຄະນະກຳມະການສູນກາງ, ຄະນະປະທານ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຊຸດທີ 8. ທ່ານ ຫງວຽນທ້ຽນເຍິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຊຸດທີ 7, ສືບຕໍ່ໄດ້ຮັກສາຕຳແໜ່ງ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຊຸດທີ 8. ຫຼັງຈາກນັ້ນຄະນະປະທານລວມມີສະມາຊິກ 62 ທ່ານໄດ້ສະເໜີຕົວຕໍ່ກອງປະຊຸມໃຫຍ່. ອ່ານສູນທອນພົດອັດກອງປະຊຸມໃຫຍ່, ທ່ານ ຫງວຽນທ້ຽນເຍິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຊຸດທີ 8 ຢືນຢັນວ່າ, ດ້ວຍນຳ້ໃຈສາມັກຄີ - ປະຊາທິປະໄຕ - ປ່ຽນໃໝ່. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມຊຸດທີ 8 (ອາຍຸການ 2014-2019) ໄດ້ບັນລຸຄາດໝາຍທີ່ໄດ້ວາງອອກ
ແລະ ກໍ່ໃນວາລະເຮັດວຽກຕອນບ່າຍວັນທີ 27/9, ກອງປະຊຸມໃຫຍ່ໄດ້ອອກຄຳຮຽກຮ້ອງປະຊາຊົນທຸກຊັ້ນວັນນະພ້ອມກັບມຸ່ງໄປເຖິງຈຸດໝາຍລວມ, ນັ້ນແມ່ນຮ່ວມແຮງຮ່ວມໃຈສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່.
ຕອນເຊົ້າວັນດຽວກັນ, ກອງປະຊຸມໃຫຍ່ໄດ້ປຶກສາຫາລື, ປະກອບຄວາມເຫັນກ່ຽວກັບມາດຕະການຕ່າງໆ ເພື່ອແນໃສ່ຜັນຂະຫຍາຍການປະບັດໂຄງການດຳເນີນງານຂອງແນວໂຮມປະເທດຊາດຫວຽດນາມ ອາຍຸການ 2014-2019 ຢ່າງມີປະສິດທິຜົນ.
ກອງປະຊຸມໃຫຍ່ໄດ້ເຈລະຈາຢ່າງປະຊາທິປະໄຕ ແລະ ໄດ້ເຫັນດີແຕ່ງຕັ້ງ ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຊຸດທີ 8 ລວມມີ 383 ທ່ານ, ທີ່ເປັນຕົວແທນໃຫ້ປະຊາຊົນທຸກຊັ້ນວັນນະ, 54 ຊົນເຜົ່າ, ບັນດາສາສະໜາ ແລະ ຊາວຫວຽດນາມຢູ່ຕ່າງປະເທດ. ນີ້ແມ່ນຮູບພາບຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ຕອບສະໜອງໜ້າທີ່ໃນໄລຍະໄໝ. ທ່ານປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍິນ ກ່າວວ່າ
“ຄະນະປະທານກອງປະຊຸມຫວັງວ່າຜູ້ແທນແຕ່ລະຄົນທີ່ເຂົ້າຮ່ວມກອງປະຊຸມໃຫຍ່, ຄະນະກຳມະການແນວໂຮມປະເທດຊາດທຸກຂັ້ນ, ແລະ ບັນດາອົງການສະມາຊິກອື່ນໆຂອງແນວໂຮມຈະຕັ້ງໜ້າໂຄສະນາມະຕິຂອງກອງປະຊຸມໃຫຍ່, ນຳມະຕິເຂົ້າໃນຊີວິດການເປັນຢູ່, ໜູນຊ່ວຍປະຊາຊົນທຸກຊັ້ນວັນນະຕອບສະໜອງການປະຕິບັດ 5 ໂຄງການດຳເນີນງານຂອງແນວໂຮມປະເທດຊາດຫວຽດນາມ, ປະກອບສ່ວນເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີທົ່ວປວງຊົນ, ສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່, ເພື່ອປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ອະລິຍະທຳ“
ພາຍຫຼັງວາລະອັດກອງປະຊຸມໃຫຍ່ ໄດ້ຈັດການປະຊຸມຂ່າວເພື່ອແຈ້ງໝາກຜົນຂອງກອງປະຊຸມໃຫຍ່.