ອັດງານບຸນໂຍ່ນໝາກ ຄອນສາມປະເທດ ຫວຽດນາມ-ລາວ-ຈີນ

(ພາບ: citinews.net)
(vovworld)- ຕອນບ່າຍວັນທີ 27/10, ງານບຸນໂຍ່ນໝາກຄອນສາມປະເທດຫວຽດນາມ-ລາວ-ຈີນ ຄັ້ງທີ 3 ໄດ້ອັດລົງຢ່າງຈົບງາມ, ຊື່ງໄດ້ສ້າງຄວາມປະທັບໃຈອັນດີງາມຫຼາຍຢ່າງໃຫ້ແກ່ຜູ້ແທນ, ນັກກິລາ, ນັກສະແດງກໍ່ຄື ປຊຊ ບັນດາເຜົ່າພາຍໃນ ແລະ ນອກແຂວງດ້ຽນບຽນ ເປັນຈຳນວນຫຼວງຫຼາຍ.
ງານບຸນປີນີ້ໄດ້ດຳເນີນໄປແຕ່ວັນທີ 24-27/10 ດ້ວຍບັນດາການເຄື່ອນໄຫວກິລາກາຍະກຳ, ສິລະປະ, ອາຫານການກິນ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳພິເສດສະເພາະຂອງ ປຊຊ ບັນດາເຜົ່າ. ຄະນະນັກກິລາ, ນັກກສະແດງນະຄອນດ້ຽນບຽນຝູ ຢືນອັນດັບທີ 1 ດ້ວຍ ລາງວັນທີ 1, ທີ 2 ຫຼາຍລາງວັນໃຫ້ແກ່ໝູ່ຄະນະ ແລະ ສ່ວນບຸກຄົນ. ບັນດາຄະນະນັກກິລາເມືອງດ້ຽນບຽນ (ແຂວງດ້ຽນບຽນ), ແຂວງລາຍເຈົາ, ແຂວງຢູນໜານ-ປະເທດຈີນ, ເມືອງຍອດອູ (ແຂວງຜົ້ງສາລີ ປະເທດລາວ)……ກໍ່ໄດ້ຮັບລາງວັນໃນການແຂ່ງຂັນກິລາຊົນເຜົ່າປະເພດຕ່າງໆ…./.