(vovworld) - ວັນທີ 19/12, ສຳນັກຂ່າວສານຝລັ່ງ ໄດ້ຂັດແຫຼ່ງຂ່າວຈາກອົງການທີ່ບໍ່ຂຶ້ນກັບລັດຖະບານຂອງອິດສຣາແອນ ໂດຍໃຫ້ຮູ້ວ່າ, ຄະນະກຳມະການວາງແຜນນະຄອນ Jerusalem ໄດ້ອະນຸມັດຜ່ານແຜນການກໍ່ສ້າງເຮືອນຢູ່ເປັນຄັ້ງສຸດທ້າຍກວ່າ 2.600 ຫຼັງ ຢູ່ Jerusalem ຕາເວັນອອກ. ນີ້ແມ່ນເຂດເຮືອນຄົງທີ່ໃໝ່ເຂດທຳອິດໃນ 12 ປີຜ່ານມາ. ນັກເຈລະຈາຝ່າຍ ປາແລດສຕິນ, Mohamed Shrayyeh ກ່າວເຕື່ອນວ່າ ການກະທຳເປີດກວ້າງເຂດຕັ້ງຖີ່ນຖານຄົງທີ່ຂອງອິດສຣາແອນຢູ່ Jerusalem ຕາເວັນອອກເປັນສິ່ງທີ່ບັງຂັບໃຫ້ ປາແລດສຕິນ ຍູ້ແຮງແຜນການກ້າວຟ້ອງຂຶ້ນສານອາຍາສາກົນໂດຍໄວ. ຫາງສຽງສາກົນເນັ້ນໜັກວ່າ ເລື່ອງ ອິດສຣາແອນ ກໍ່ສ້າງເຂດຕັ້ງຖີ່ນຖານຄົງທີ່ໃນເຂດດິນແດນປາແລດສຕິນ ທີ່ຖືກ ອິສຣາແອນ ຢືດຄອງແຕ່ປີ 1967 ແມ່ນການລະເມີດກົດໝາຍສາກົນ ແລະ ບໍ່ຮັບຮູ້ການກະທຳດັ່ງກ່າວ.