ອິດສະຣາແອັນ ບຸກໂຈມຕີ ດ້ວຍລູກສອນໄຟ ເລັ່ງໃສ່ແຂວງ Quneitra, ປະເທດ ຊີຣີ

(VOVWORLD) -ວັນທີ 27 ພຶດສະພາ, ຊີຣີ ໃຫ້ຮູ້ວ່າ ອິດສະຣາແອັນ ໄດ້ປະຕິບັດເຫດບຸກໂຈມຕີ ດ້ວຍລູກສອນໄຟ ເລ່ັງໃສ່ແຂວງ Quneitra, ທາງພາກຕາເວັນຕົກສ່ຽງໃຕ້ ຂອງປະເທດນີ້. 

        ສໍານັກຂ່າວສານທາງການຂອງ ຊີຣີີ  SANA ໃຫ້ຮູ້ວ່າ, ນາຍທະຫານຄົນໜຶ່ງຂອງຊີຣີ ຖືກເສຍຊີວິດ, ພາຫະນະການທະຫານ ຖືກເປ່ເພ 1 ຢ່າງໃນເຫດບຸກໂຈມຕີ ເຊິ່ງ Damacus ເອີ້ນວ່າ “ການກະທໍາເກາະຜິດຂອງ ອິດສະຣາແອັນ”.

        ແລະກໍໃນວັນດຽວກັນ, ກອງທັບ ອິດສະຣາແອັນ ໄດ້ຍອມຮັບວ່າໄດ້ປະຕິບັດການບຸກໂຈມຕີດັ່ງກ່າວ ຢູ່ ຊີຣີ ເພື່ອໂຕ້ຕອບໃຫ້ແກ່ເລື່ອງ ເຊິ່ງເຂົາເຈົ້າຖືວ່າ ກໍາລັງໄຟປ້ອງກັນອາກາດ ຈາກຝ່າຍ ຊີຣີ ເລັ່ງໃສ່ເຮືອບິນຈໍານວນໜຶ່ງຂອງ ອິດສະຣາແອັນ. ກ່ອນໜ້ານັ້ນ, ອິດສະຣາແອັນ ເຄີຍປະຕິບັດການບຸກໂຈມຕີທາງອາກາດ ຢູ່ ຊີຣີ ນັບຮ້ອຍຄັ້ງ, ສ່ວນໃຫຍ່ ແມ່ນເລັ່ງໃສ່ບັນດາເປົ້າໝາຍຂອງ ອີຣານ ແລະ ຂະບວນການ Hezbollah.


ຕອບກັບ

ຂ່າວ/ບົດ​ອື່ນ