ອີຕາລີໃຫ້ຄຳໝັ້ນສັນຍາ ຈະເພີ່ມທະວີການຮ່ວມມື ດ້ານວັດທະນະທຳກັບ ຫວຽດນາມ

ອີຕາລີໃຫ້ຄຳໝັ້ນສັນຍາ ຈະເພີ່ມທະວີການຮ່ວມມື ດ້ານວັດທະນະທຳກັບ ຫວຽດນາມ - ảnh 1

ພິທີ​ເຊັນ​ໂຄງການ​ຮ່ວມ​ມື​ດ້ານ​ວັດທະນະທຳ

​ການ​ສຶກສາ​ຫວຽດນາມ-​ອີ​ຕາ​ລີ

(ພາບ: ອິນ​ເຕີ​ແນັດ)

(vovworld): ອີ​ຕາ​ລີ​ ໃຫ້​ຄຳໝັ້ນສັນຍາ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ກັບ​ຫວຽດນາມ ກວ່າອີກ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ Lorenzo Ornaghi ລັດຖະມົນຕີ​ກະຊວງ​ວັດທະນະທຳ​ອີ​ຕາ​ລີ ​ໄດ້​ຢືນຢັນ​ຄື​ດັ່ງກ່າວ ​ໃນ​ການ​ພົບ​ປະ​ກັບ​ທ່ານ​ຮ່ວາງ​ຕວນ​ແອ​ງ ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ​ 17/1 ທີ່​ນະຄອນຫຼວງ​ໂຣມ. ທີ່​ການ​ພົບ​ປະ, ສອງຝ່າຍ​ໄດ້​ປຶກສາ​ຫາລື​ບັນດມາດ​ຕະການ​ຮ່ວມ​ມື​ໃນຂົງ​ເຂດ​ວັດທະນະທຳ. ລັດຖະມົນຕີ​ສອງ​ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຊຸກຍູ້​ການ​ຮ່ວມ​ມື, ​ແລກປ່ຽນ​ໃນ​ຂົງ​ເຂດ​ຈັດ​ງານ​ມະ​ໂຫລານ​ສາຍຟິມຮູບ​ເງົາ, ຈັດ​ສັບປະດາ​ວັດທະນະທຳ, ສະ​ແດງ​ສິລະ​ປະ​ຂອງ​ສອງ​ປະ​ເທດ; ຕັ້ງໜ້າ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນສູງ​ລະຫວ່າງ​ສອງ​ກະຊວງ​ວັດທະນະທຳ…ທ່ານລັດຖະມົນຕີ Lorenzo Ornaghi ​ໃຫ້​ຄຳໝັ້ນສັນຍາ​ຈະ​ສ້າງ​ເງື່ອ​ນ​ໄຂອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້ “ປີ​ຫວຽດນາມ ຢູ່​ອີ​ຕາ​ລີ“ ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຍັງ​ສະ​ແດງ​ຄວາມ​ຫວັງ​ວ່າ, ​ໃນໄ​ລ​ຍະ​ຈະ​ມາ​ເຖິງ, ນອກຈາກ​ຂົງ​ເຂ​ດວັດທະນະທຳ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ສຶກສາ​ບຳລຸງ​ສ້າງ…​ກໍ່​ຈະ​ໄດ້​ຮັບການພັດທະນາ​ຢ່າງ​ແຮງ.

 

ຂ່າວ/ບົດ​ອື່ນ