ອິນເດຍຖືເປັນສຳຄັນການພົວພັນກັບຫວຽດນາມ
ທ່ານ Harish Parvathaneni ແລະ ທ່ານ ຟ້າມບີ່ງມີງ
|
(vovworld) - ວັນທີ 9/2, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Harish Parvathaneni, ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມີງ ເນັ້ນໜັກວ່າ, ປີ 2017 ແມ່ນປີມິດຕະພາບ, ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (7/1/1972 – 7/1/2017) ແລະ 10ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (6/7/2007 – 6/7/2017) ລະຫວ່າງ ຫວຽດນາມ ແລະ ອິນເດຍ. ຄາດວ່າ, ຈະມີການຢ້ຽມຢາມຂັ້ນສູງ ແລະ ເຫດການສຳຄັນຫຼາຍຢ່າງໄດ້ຮັບການຈັດຕັ້ງຂຶ້ນ, ສະເໜີໃຫ້ 2 ຝ່າຍສົມທົບກັນເປັນຢ່າງດີເພື່ອຜັນຂະຫຍາຍ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ສະເໜີໃຫ້ 2 ຝ່າຍສ້າງສຳເລັດ ແລະ ເຊັນໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ສ່ວນທ່ານເອກອັກຄະລັດຖະທູດ Harish Parvathaneni ຢັ້ງຢືນວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງນະໂຍບາຍ “ເຄື່ອນໄຫວມຸ່ງໄປສູ່ທາງທິດຕາເວັນອອກ” ຂອງ ອິນເດຍ ແລະ ຕີລາຄາສູງ ຫວຽດນາມ ໃນບົດບາດເປັນປະເທດປະສານງານໃນການພົວພັນ ອາຊຽນ - ອິນເດຍ ໄລຍະ 2015 -2018.