ອີຢິບຍັງຄົງຂາດ ສະຖຽນລະພາບກ່ອນທີ່ ດຳເນີນການລົງປະຊາມະຕິ
ລົດຖັງໄດ້ຖືກຜັນຂະຫຍາຍຢູ່ບໍລິເວັນນອກເຮືອນວິນລາ ຂອງປະທານາທິບໍດີ Mohamed Morsi (ພາບ: internet)
|
Vovworld- ວັນທີ 13/12, ຝ່າຍອິດສະລາມຢູ່ອີຢິບໄດ້ຮຽກຮ້ອງໃຫ້ດຳເນີນການ ແຫ່ຂະບວນເພື່ອ ສະໜັບສະໜູນປະທານາທິບໍດີ Mohamed Morsi ແລະ ຮ່າງລັດຖະທຳມະນູນ. ໃນຂະນະນັ້ນ, ບັນດາກຳລັງຝ່າຍຄ້ານກໍໄດ້ດຳເນີນການແຫ່ຂະບວນປະທ້ວງຄັດຄ້ານການລົງປະຊາປະຕິຊຶ່ງຄາດວ່າຈະດຳເນີນໃນວັນທີ 15 ແລະ 22/12 ທີ່ຈະມາເຖິງ. ກ່າວຄຳເຫັນທາງໂທລະພາບອີຢິບເມື່ອວັນທີ 14/12, ທ່ານ El Baradei ອະດີດຜູ້ອຳນວນການໃຫຍ່ IAEA , ຜູ້ເຄີຍໄດ້ຮັບລາງວັນ Nobel ວັນຕິພາບ, ພ້ອມທັງແມ່ນນັກເຄື່ອນໄຫວປະຊາທິປະໄຕອັນດັບຕົ້ນຂອງປະເທດນີ້ໄດ້ຮຽກຮ້ອງປະທານາທິບໍດີ Mohamed Morsi ຈົ່ງໂຈະການລົງປະຊາມະຕິໄວ້ຊົ່ວຄາວແນໃສ່ຫຼີກລ້ຽງອັນທີ່ທ່ານເອີ້ນວ່າ “ ເງົາຜີຂອງສົງຄາມກາງເມືອງ”. ທ່ານ El Baradei ຍັງຍັງຮຽກຮ້ອງໃຫ້ຊາວອີຢິບປະຕິເສດກັບຮ່າງລັດຖະທຳມະນູນຖ້າຫາກວ່າ ປະທານາທິບໍດີ Mohamed Morsi ບໍ່ໂຈະ ການລົງປະຊາມະຕິນີ້.