ອົງການອ້າຍນ້ອງຊາວມຸດສະລິມກໍ່ຖືກຈັດຕັ້ງເຂົ້າໃນບັນດາກຸ່ມກໍ່ການຮ້າຍຢູ່ ອີຢິບ
(ພາບປະກອບຈາກ Reuters)
(vovworld) – ລັດຖະມົນຕີກະຊວງພາຍໃນ ອີຢິບ ທ່ານ Mohamed Ibrahim ໃຫ້ຮູ້ເມື່ອວັນທີ 12/5 ວ່າ: ນັບແຕ່ຕົ້ນເດືອນ 4 ຜ່ານມາ, ກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ໄດ້ມ້າງທຳລາຍ 43 ກຸ່ມກໍ່ການຮ້າຍ ແລະ ໄດ້ຈັບຕົວຜູ້ຖືກສົງໄສເປັນຈຳນວນຫຼວງຫຼາຍ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Mohamed Ibrahim ເປີດເຜີຍວ່າ: ພຽງໃນ 3 ວັນຜ່ານມາ, ກຳລັງກ່ຽວຂ້ອງຂອງ ອີຢິບ ໄດ້ມ້າງທຳລາຍ 3 ກຸ່ມກໍ່ການຮ້າຍ. ຕາມທ່ານ Ibrahim ແລ້ວ, 225 ຄົນຖືກຈັບຕົວດ້ວຍກ່າວຫາປະຕິບັດບັນດາການບຸກໂຈມຕີໃສບັນດາຮາກຖານຂອງຕຳຫຼວດ, ມ້າງທຳລາຍຊັບສິນຂອງປະຊາຊົນ ແລະ ຂອງລັດ. ຕຳຫຼວດໄດ້ຈັບຕົວກ່ວາ 500 ຄົນດ້ວຍກ່າວຫາ ທຳລາຍຄວາມເປັນລະບຽບຮຽບຮ້ອຍສາທາລະນະ ແລະ ຊຸກຍູ້ການໃຊ້ຄວາມຮຸນແຮງ, ເກັບມ້ຽນອາວຸດປະເພດຕ່າງໆດ້ວຍຈຳນວນຫຼາຍ...