ອີຢິບ ຍົກເລີກກົດໝາຍສະວະການສຸກເສີນທີ່ແກ່ຍາວຫຼາຍທົດສະວັດ

ອີຢິບ ຍົກເລີກກົດໝາຍສະວະການສຸກເສີນທີ່ແກ່ຍາວຫຼາຍທົດສະວັດ - ảnh 1

ອີ​ຢິບ ຍົກ​ເລີກ​ກົດໝາຍ​ສະວະ​ການ​ສຸກ​ເສີນ​ທີ່​ແກ່ຍາວ​ຫຼາຍ​ທົດ​ສະ​ວັດ

(ພາບ: Reuters)

(vovworld) - ວັນ​ທີ 31/5, ກອງທັບ​ກຳ​ອຳນາດ​ຢູ່ ອີ​ຢິບ ​ໄດ້​ອອກ​​ຖະ​ແຫຼ​ງການ​ໂດຍ​​ໃຫ້​ຮູ້​ວ່າ: ກົດໝາຍ​ສະວະ​ການ​ສຸກ​ເສີນ​ທີ່​ແກ່ຍາວ ຫຼາຍ​ທົດ​ສະ​ວັດ​ຢູ່​ປະ​ເທດ​ນີ້ ​ໄດ້ຢຸດຕິ ພາຍຫຼັງ​ການ​ຕໍ່​ເວລາ​ສຸດ​ທ້າຍ​ໝົ​ດຜົນ​ສັກ​ສິດ. ຖະ​ແຫຼ​ງການ ຊີ້​ແຈງ​ວ່າ: ກອງທັບ​ຈະ​ສືບ​ຕໍ່​ຮັບຜິດຊອບ​ໜ້າ​ທີ່​ອັນ​ໜັກໜ່ວງ​ຂອງຊາດ ​ແລະ ປະຫວັດສາດ, ລວມທັງ​ເລື່ອງ​ກົດໝາຍ​ສະວະ​ສຸກ​ເສີນ​ໝົດ​ຜົນ​ສັກສິດ, ​ໂດຍ​ອີງ​ຕາມ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ກອງທັບ ອີ​ຢິບ ກໍ​ຖະ​ແຫຼ​ງວ່າ​ຈະ​ສືບ​ຕໍ່​ພາລະ​ກຳ​ຂອງ​ຕົນຈົນ​ຮອດ​​ເວລາ​​ມອບ​ໂອນ​ສິດ​ອຳນາດ​ໃຫ້​ແກ່​ປະທານາທິບໍດີ​ຄົນ​ໃໝ່​ທີ່​ໄດ້​ຮັບ​ການ​​​ເລືອກ​ຕັ້ງ​ໃນ​ທ້າຍ​ເດືອນ 6 ຕາມຄຳ​ໝັ້ນ​ສັນຍາ.

ຂ່າວ/ບົດ​ອື່ນ