ປຊຊ ນັບພັນຄົນ ໄດ້ລົງຖະຫນົນເຂົ້າຮ່ວມການແຫ່ຂະບວນປະທ້ວງ
ຄັດຄ້ານລັດຖະທຳມະນູນສະບັບໃຫມ່
ພາບ:Reuters
|
(vovworld) - ກ່ອນດຳເນີນການຢັ່ງຫາງສຽງຈາກປະຊາຊົນ ກ່ຽວກັບລັດຖະທຳມະນູນສະບັບໃຫມ່ຂອງອີຢີບ ໃນວັນທີ 15/12, ປຊຊ ນັບພັນຄົນ ໄດ້ລົງຖະຫນົນເຂົ້າຮ່ວມການແຫ່ຂະບວນປະທ້ວງໃນຫລາຍມື້ຜ່ານມາເພື່ອຄັດຄ້ານລັດຖະທຳມະນູນສະບັບດັ່ງກ່າວ ກໍຄືບັນດາຂໍ້ຕົກລົງຫວ່າງແລ້ວນີ້ຂອງປະທານາທິບໍດີ Mursi. ໃນຂະນະຜູ້ແຫ່ຂະບວນປະທ້ວງນັບພັນຄົນຍັງຄົງເຕົ້າໂຮມກັນຢູ່ ສະຫນາມຫລວງປົດປ່ອຍ (Tahrir Square) ນັ້ນ, ມີປະຊາຊົນກວ່າ 1000 ຄົນໄດ້ແຫ່ຂະບວນປະທ້ວງຢູ່ທຳນຽບປະທານາທິບໍດີ ຕາມຄຳຮຽກຮ້ອງຂອງແນວໂຮມກູ້ຊາດ ອີຢີບ. ການປະທະກັນລະຫວ່າງຜູ້ແຫ່ຂະບວນປະທ້ວງ ແລະ ຕຳຫລວດ ໄດ້ເຮັດໃຫ້ 10 ຄົນຖືກບາດເຈັບ. ໃນວັນດຽວກັນຢູ່ຫລາຍແຂວງ, ນະຄອນອື່ນ ໃນອີຢີບ ກໍໄດ້ເກີດການແຫ່ຂະບວນປະທ້ວງຫລາຍຄັ້ງເພື່ອຄັດຄ້ານລັດຖະທຳມະນູນສະບັບໃຫມ່ດັ່ງກ່າວ .