(vovworld) - ປະຊາຊົນນັບພັນຄົນໄດ້ແຫ່ຂະບວນເຖິງສະໜາມຫຼວງໃຈກາງເມືອງ Tahrir ຢູ່ນະຄອນຫຼວງ ກາຍໂຮ, ປະເທດອີຢີບ. ໃນວັນທີ 27/11, ເລີ່ມຕົ້ນການແຫ່ຂະບວນປະທ້ວງຄັ້ງໃໝ່ທີ່ມີຂອບຂະໜາດໃຫຍ່ໃນທົ່ວປະເທດ ເພື່ອຄັດຄ້ານຖະແຫຼງການລັດຖະທຳມະນູນຂອງປະທານາທິບໍດີ Mohamed Morsi. ທີ່ກາຍໂຣ, ປະຊາຊົນນັບພັນຄົນໄດ້ເຕົ້າໂຮມຢູ່ສະໜາມຫຼວງໃຈກາງເມືອງ Tahrir ພ້ອມດ້ວຍປ້າຍຄຳຂວັນຮຽກຮ້ອງໃຫ້ຍຸບເລີກລັດຖະບານ. ການປະທະກັນໄດ້ເກີດຂຶ້ນລະຫວ່າງກຳລັງຕຳຫຼວດກັບ ບັນດາໄວໜຸ່ມທີ່ເຂົ້າຮ່ວມການແຮ່ຂະບວນປະທ້ວງ ຢູ່ໃກ້ກັບເຂດ Tahrir. ການແຫ່ຂະບວນປະທ້ວງກໍເກີດຂຶ້ນຢູ່ຫຼາຍນະຄອນຂອງອີຢີບ ໃນຈຸດເວລາດຽວກັນ. ຢູ່ນະຄອນ Alexandra, ປະຊາຊົນນັບຮ້ອຍຄົນໄດ້ເຕົ້າໂຮມຢູ່ສະໜາມຫຼວງ Qaitbay. ບັນດານັກຈັດຕັ້ງເຫດການໃຫ້ຮູ້ວ່າ ມີການແຫ່ຂະບວນປະທ້ວງ ອີກ 2 ຄັ້ງຖືກດຳເນີນໄປຢູ່ນະຄອນນີ້ໃນວັນທີ 27/11. ຄາດວ່າ, ການແຫ່ຂະບວນປະທ້ວງຈະເກີດຂຶ້ນຢູ່ທົ່ງພຽງແມ່ນ້ຳ ນິນ ແລະ ທາງພາກກາງຂອງອາຣັບ ອີກດ້ວຍ.