(vovworld) - ເມື່ອຕອນຄຳວັນທີ 20/6 ສຳນັກຂ່າວສານ Mena ຂອງ ອີຢິບ ໃຫ້ຮູ້ວ່າ: ການປະກາດຜົນຂອງການເລືອກຕັ້ງ ປະທານາທິບໍດີ ອີຢິບ ຮອບທີ 2 ຕາມແຜນການໃນວັນທີ 21/6 ຈະຖືກໂຈະໄວ້. ປະຈຸບັນ, ຈຸດເວລາປະກາດໃໝ່ຍັງບໍ່ທັນໄດ້ຮັບການປະກາດເທື່ອ. ສຳນັກຂ່າວສານ Mena ໄດ້ຄັດສະເໜີຄຳຖະແຫຼງຂອງຄະນະກຳມະການເລືອກຕັ້ງປະທານາທິບໍດີ ອີຢິບ ໂດຍຢັ້ງຢືນວ່າ: ໝາກຜົນການນັບບັດ ເຊິ່ງ 2 ກຳລັງ ອອກສະໝັກຮັບເລືອກຕັ້ງປະກາດນັ້ນລ້ວນແຕ່ບໍ່ຊັດເຈນ. ຮອດຈຸດເວລານີ້, ຄະນະກຳມະການ ໄດ້ຮັບໃບຮ້ອງຟ້ອງ 400 ສະບັບຈາກຜູ້ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ 2 ທ່ານ ຄືທ່ານ Mohamed Morsy ຂອງອົງການອ້າຍນ້ອງອິດສະລາມ ແລະ ທ່ານ Ahmed Shafiq, ນາຍົກລັດຖະມົນຕີ ໃນສະໄໝປະທານາທິບໍດີຜູ້ຖືກໂຄ້ນລົ້ມ Hosni Mubarak. ປະຈຸບັນ, ຄະນະກຳມະການພວມພິຈາລະນາໃບອຸທອນຈາກບັນດາທະນາຍຄວາມ ຂອງຜູ້ອອກສະໝັກຮັບເລືອດຕັ້ງ ທັງ 2 ກ່ຽວກັບບັນດາການກະທຳທີ່ຖືວ່າລະເມີດກົດໝາຍ ໃນບັ້ນຫາສຽງເລືອກຕັ້ງ ແລະ ການເຄື່ອນໄຫວນັບບັດເລືອກຕັ້ງທີ່ໄດ້ກໍໃຫ້ເກີດການໂຕ້ຖຽງກັນ.