ອີຢູ ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບ ກອງທຶນຫນູນຊ່ວຍ ຢູແກຼນ
(VOVWORLD) - ບັນດາທ່ານລັດຖະມົນຕີການຕ່າງປະເທດ ອີຢູ ອີກຄັ້ງຫນຶ່ງບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບກອງທຶນຫນູນຊ່ວຍ ຢູແກຼນ ໃນຂອບເຂດກອງທຶນສັນຕິພາບ ເອີລົບ.
ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ EU Josep Borrell (ພາບ: IRNA/TTXVN) |
ວັນທີ 14 ຕຸລາ, ກ່າວຄຳເຫັນທີ່ການຖະແຫລງຂ່າວພາຍຫລັງກອງປະຊຸມຂອງສະພາການທູດ ອີຢູ ຢູ່ ລຸກຊຳບວກ, ທ່ານ Josep Borrell ຫົວຫນ້າອົງການນະໂຍບາຍການຕ່າງປະເທດຂອງ ອີຢູ ໃຫ້ຮູ້ວ່າ: ບັນດາທ່ານລັດຖະມົນຕີການຕ່າງປະເທດ ອີຢູ ອີກຄັ້ງຫນຶ່ງບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບກອງທຶນຫນູນຊ່ວຍ ຢູແກຼນ ໃນຂອບເຂດກອງທຶນສັນຕິພາບ ເອີລົບ. ອີຢູ ຈະພິຈາລະນາ ແລະຊອກຫາວິທີການແກ້ໄຂ ແລະຈະບັນລຸໄດ້ຄວາມເຫັນດີເຫັນພ້ອມຂອງທັງໝົດປະເທດສະມາຊິກ. ທ່ານ Borrell ກໍ່ໄດ້ປະກາດແຜນການໄປເຖິງ ຢູແກຼນ ກ່ອນທີ່ອາຍຸການປະຕິບັດງານຂອງທ່ານຈະສິ້ນສຸດ.
ທີ່ການປະຊຸມ, ທ່ານ Josep Borrell ໃຫ້ຮູ້ວ່າ: ອີຢູ ມີແຜນການຕໍ່ກຳນົດເວລາຫນ້າທີ່ຂອງຄະນະປະຕິບັດງານຫນູນຊ່ວຍການທະຫານໃຫ້ແກ່ ຢູແກຼນ (EUMAM ) ອີກ 2 ປີ ເພື່ອແນໃສ່ສະຫນອງແຫລ່ງກຳລັງໃຫ້ແກ່ ກີແອັບ ລວມທັງ ເລື່ອງເພີ່ມທະວີຫນ້າທີ່ຝືກແອບຮ່ວມ.