ອີຢູ ຮັບຮອງເອົາບ້ວງເງິນໜູນຊ່ວຍ ຢູແກຼນ ທີ່ມີມູນຄ່າ 18 ຕື້ເອີໂລ

(VOVWORLD) -ສະພາສະຫະພາບເອີລົບ (ອີຢູ) ໃຫ້ຮູ້ວ່າ, ໄດ້ຮັບຮອງເອົາເອກະສານອະນຸຍາດສະໜອງບ້ວງເງິນສິນເຊື່ອມີມູນຄ່າ 18 ຕື້ເອີໂລ (18,9 ຕື້ USD) ໃນປີ 2023.

ວັນທີ 10 ທັນວາ, ສະພາສະຫະພາບເອີລົບ (ອີຢູ) ໃຫ້ຮູ້ວ່າ, ໄດ້ຮັບຮອງເອົາເອກະສານອະນຸຍາດສະໜອງບ້ວງເງິນສິນເຊື່ອມີມູນຄ່າ 18 ຕື້ເອີໂລ (18,9 ຕື້ USD) ໃນປີ 2023.

ຄຳຖະແຫຼງຂອງອົງການນີ້ຊີ້ແຈ້ງວ່າ: “ສະພາສະຫະພາບເອີລົບ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບ້ວງນິຕິບັນຍັດ ອະນຸຍາດໃຫ້ ອີຢູ ໜູນຊ່ວຍດ້ານການເງິນໃຫ້ແກ່ ຢູແກຼນ ໃນປີ 2023 ດ້ວຍເງິນຈຳນວນ 18 ຕື້ USD. ຂໍ້ສະເໜີດັ່ງກ່າວເຊິ່ງສະຫະພາບເອີລົບ ຮັບຮອງເອົາດ້ວຍເອກະສານ ແລະ ຈະໄດ້ຍື່ນສະເໜີຕໍ່ລັດຖະສະພາ ເອີລົບ ພິຈາລະນາຮັບຮອງເອົາ ໃນອາທິດຈະມາເຖິງ”.

ບັນດາບ້ວງເງິນກູ້ຍື່ມຂອງ ອີຢູ ໃຫ້ແກ່ Kiev ຈະແກ່ຍາວໃນເວລາ 10 ປິ ດ້ວຍການຮັບປະກັນຂອງບັນດາປະເທດສະມາຊິກ ອີຢູ ຫຼື ງົບປະມານລວມຂອງກຸ່ມ. ອີຢູ ຫວັງວ່າ, ບ້ວງເງິນໜູນຊ່ວຍຂອງສະຫະພາບ ເອີລົບ ນີ້ ພ້ອມກັບບັນດາບ້ວງເງິນປະກອບຂອງ ອາເມລິກາ ແລະ ນັກອຸປະຖຳສາກົນໃຫຍ່ອື່ນ ຈະຊ່ວຍບັນລຸໄດ້ລະດັບອຸປະຖຳທີ່ຈຳເປັນສະຫງວນໃຫ້ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ