ອີຣານກ່າວເຕືອນບໍ່ເຈລະຈາຖ້າຫາກຂໍ້ຕົກລົງນິວເຄຼີຍຖືກລະເມີດ
ທ່ານຮອງລັດຖະມົນຕີການຕ່າງປະເທດອີຣານ Abbas Araqchi
(ພາບປະກອບ: EPA/TTXVN)
(vovworld) - ວັນທີ 17/07, ທ່ານຮອງລັດຖະມົນຕີການຕ່າງປະເທດອີຣານ Abbas Araqchi ໄດ້ເນັ້ນໜັກວ່າ, ຂໍ້ຕົກລົງນິວເຄຼຍທີ່ມີລັກສະນະປະຫວັດສາດ, ເຊິ່ງໄດ້ຮັບການຮູ້ຈັກນັ້ນແມ່ນແຜນການເຄື່ອນໄຫວຮອບດ້ານລວມ (JCPOA), ເຊິ່ງປະເທດນີ້ບັນລຸໄດ້ກັບບັນດາປະເທດມະຫາອຳນາດໂລກ ໃນເດືອນ 07/2015, ແມ່ນ “ຂໍ້ຕົກລົງສຸດທ້າຍ” ແລະ ເຕເຣຣານ ຈະປະຕິບັດຂໍ້ຕົກລົງສາກົນນີ້, ແຕ່ຈະບໍ່ມີການເຈລະຈາໃດໆອີກ ຖ້າໃນກໍລະນີ JCPOA ຖືກບັນດາປະເທດມະຫາອຳນາດລະເມີດ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ນະຄອນຫຼວງ ເຕເຣຣານ, ທ່ານ Araqchi ໃຫ້ຮູ້ວ່າ, ອີຣານ ອາດຈະຟື້ນຟູບັນດາການເຄື່ອນໄຫວດ້ານນິວເຄຼຍຄືກ່ອນທີ່ບັນດາຝ່າຍລົງນາມໃນຂໍ້ຕົກລົງດັ່ງກ່າວ, ຖ້າຫາກບັນດາປະເທດມະຫາອຳນາດລະເມີດບັນດາຂໍ້ມາດຕາຂອງຂໍ້ຕົກລົງ. ທ່ານ Araqchi ກໍ່ຊີ້ແຈ້ງວ່າ, ລັດຖະບານອາເມລິກາ ຕ້ອງປະຕິບັດບັນດາຄຳໝັ້ນສັນຍາ ໂດຍບໍ່ຫົວຊາຕໍ່ການກະທຳມໍ່ໆມານີ້ຂອງສະພາແຫ່ງຊາດອາເມລິກາ.