(vovworld) - ວັນທີ 25/11, ບັນດາສື່ມວນຊົນອີຣານ ໄດ້ຄັດຄຳເວົ້າຂອງທ່ານປະທານສະພາແຫ່ງຊາດອີຣານ Ali Larijani ທີ່ກ່າວເຕືອນວ່າ ເລື່ອງອົງການ NATO ນຳລູກສອນໄຟ ໄປຍັງຕວກກີ ຈະເພີ່ມຄວາມຂາດສະຖຽນລະພາບຢູ່ເຂດດັ່ງກ່າວ. ກ່ອນໜ້ານັ້ນ, ວັນທີ 21/11, ຕວກກີ ໄດ້ສະເໜີໃຫ້ NATO ຕິດຕັ້ງບັນດາພື້ນຖານໂຄງລ່າງປ້ອງກັນລູກສອນໄຟຢູ່ເຂດຊາຍແດນຂອງຕົນ ກັບຊີຣີ ເພື່ອປັບປຸງໃຫ້ແກ່ລະບົບປ້ອງກັນອາກາດຂອງຕວກກີ. ທ່ານເລຂາທິການໃຫຍ່ NATO Anders Fogh Rasmussen ໃຫ້ຮູ້ວ່າ NATO ຈະປຶກສາຫາລືກ່ຽວກັບຂໍ້ສະເໜີຂອງຕວກກີ. ວັນທີ 23/11, ປະຕິກິລິຍາກ່ຽວກັບເລື່ອງດັ່ງກ່າວ, ໂຄສົກກະຊວງການຕ່າງປະເທດອີຣານ Ramin Mehmanparsat ໃຫ້ຮູ້ວ່າ ເລື່ອງລະດົມລູກສອນໄຟ Patriot ຂອງ NATO ຕິດຕັ້ງໄກ້ກັບເຂດຊາຍແດນ ຊີຣີ - ຕວກກີ ພຽງແຕ່ເຮັດໃຫ້ວິກິດການຢູ່ຊີຣີ ຮ້າຍແຮງເພີ່ມຂຶ້ນ. ທ່ານ Mehmanparsat ກ່າວປະນາມທຸກໆການກະທຳດ້ານການທະຫານຢູ່ຊີຣີ, ພ້ອມທັງເນັ້ນໜັກວ່າ ວິທີດີສຸດແມ່ນບັນດາປະເທດທີ່ກ່ຽວຂ້ອງຄວນພ້ອມກັນຊອກຫາບັນດາມາດຕະການດ້ານການເມືອງເພື່ອແກ້ໄຂບັນດາບັນຫາຢູ່ໃນພາກພື້ນ.