ລັດຖະມົນຕີການຕ່າງປະເທດ ອີຣານ, ທ່ານ Mohammad Javad Zarif
ພາບ:AFP/TTXVN
|
(vovworld)- ວັນທີ 9/1, ກະຊວງການຕ່າງປະເທດ ອີຣານ ໄດ້ຮ້ອງຟ້ອງ ອາຣັບບີ ຊາອຸດີ ຂຶ້ນ ສປຊ ຍ້ອນມີບັນດາການກະທຳເກາະຜິດ ຂອງ Riyadh ໃນສະພາບວິກິດການການທູດ ລະຫວ່າງສອງປະເທດມະຫາອຳນາດຂອງພາກພື້ນໄດ້ກ້າວເຂົ້າສູ່ອາທິດທີ 2 ແລ້ວ. ໃນຈົດໝາຍສົ່ງເຖິງ ເລຂາທິການໃຫຍ່ ສປຊ Ban ki moon ໂດຍບັນດາສຳນັກຂ່າວສານ ອີຣານ ປະກາດເມື່ອວັນທີ 9/1, ລັດຖະມົນຕີການຕ່າງປະເທດ ອີຣານ, ທ່ານ Mohammad Javad Zarif ໃຫ້ຮູ້ວ່າ: ບາງຄົນຢູ່ Riyadh ເກືອບຄືວ່າມີເຈດຈຳນົງແກ່ດຶງທົ່ວພາກພື້ນເຂົ້າວິກິດການ. ທ່ານ Zarif ເວົ້າຕໍ່ໄປວ່າ: ຊາອຸດີ ອາຣັບບີ ໄດ້ມີການກະທຳເກາະຜິດໂດຍກົງ ເພື່ອແນໃສ່ ອີຣານ ແລະ ຊາອຸດີ ອາຣັບບີ ແມ່ນການນາບຂູ່ສຳລັບພາກພື້ນ ແລະ ຄວາມສະຫງົບປອດໄພທົ່ວໂລກ.