ອີຣານ ປະຕິເສດຂໍ້ມູນ ຈັດສົ່ງທະຫານເຖິງອີຣັກ
(ພາບປະກອບ: TTXVN)
(vovworld) – ອີຣານ ຖະແຫຼງວ່າ ບໍ່ຈັດສົ່ງກຳລັງກອງທັບເຖິງອີຣັກ ແລະ ຢືນຢັນວ່າ ທຸກໆຂໍ້ມູນກ່ຽວກັບການມີໜ້າຂອງສືບລັບອີຣານ ບາງຄົນຢູ່ປະເທດອີຣັກ ແມ່ນ “ຜິດພາດ”. ກ່າວຄຳເຫັນທີ່ການປະຊຸມຂ່າວປະຈຳອາທິດເມື່ອວັນທີ 25/06, ທ່ານນາງໂຄສົກກະຊວງການຕ່າງປະເທດອີຣານ Marzieh Afkham ໄດ້ຢືນຢັນຄືນໃໝ່ບັນດາຂໍ້ມູນກ່ຽວກັບເລື່ອງເຕເຣຣານ ແຊກແຊງເຂົ້າອີຣັກ ລ້ວນແຕ່ເພື່ອຈຸດປະສົງ “ໂຄສະນາ ແລະ ເຮັດໃຫ້ອຳນາດການປົກຄອງ ແບກແດດ ອ່ອນເພຍລົງ”.
ກ່ຽວກັບຄວາມສາມາດຮ່ວມມືຂອງ 2 ລັດຕາເວັນອອກກາງ ເພື່ອຮັບມືກັບບັນດາການເຄື່ອນໄຫວບຸກໂຈມຕີຂອງອົງການ “ລັດອິດສລາມ ອີຮັກ ແລະ ເຂດ Levant” (ISIL), ທ່ານນາງ Afkham ໃຫ້ຮູ້ວ່າ ໄລ່ມາຮອດຈຸດເວລານີ້, ເຕເຣຣານ ຍັງບໍ່ທັນໄດ້ຮັບຂໍ້ສະເໜີໃດໆຈາກອຳນາດການປົກຄອງແບກແດດ. ໃນກໍ່ລະນີອີຣັກ ມີຄວາມຕ້ອງການຊ່ວຍເຫຼືອ, ອີຣານ ຈະຍົກອອກຂໍ້ຕົກລົງໂດຍອີງໃສ່ການພົວພັນລະຫວ່າງ 2 ປະເທດ ແລະ ກົດໝາຍສາກົນ.