ອີຣານ ເວົ້າຄຳວ່າ “ບໍ່” ກັບສົງຄາມແລະການລົງໂທດຕໍ່ກຳລັງດັນຂອງອາເມລິກາ

(VOVWORLD) -ວັນທີ 21 ພຶດສະພາ, ທ່ານ Hesameddin Ashena, ທີ່ປຶກສາດ້ານວັດທະນະທຳຂອງທ່ານປະທານາທິບໍດີອີຣານ Hassan Rouhani, ໃຫ້ຮູ້ວ່າ

ຍຸດທະສາດຂອງເຕເຣຣານ ເພື່ອແນໃສ່ຮັບມືກັບບັນດາມາດຕະການຈັດວາງການລົງໂທດຂອງອາເມລິກາ ໂດຍອີງໃສ່ຫຼັກການ “ບໍ່ມີສົງຄາມ, ບໍ່ມີການລົງໂທດ”. ທ່ານ Ashena ຊີ້ແຈ້ງວ່າ, ທີ່ໜຶ່ງ, ອີຣານ ບໍ່ຍອມໃຫ້ສົງຄາມເກີດຂຶ້ນຢູ່ໃນພາກພື້ນ ແລະ ທີ 2 ແມ່ນປະເທດນີ້ບໍ່ຍອມໃຫ້ຖືກກຳລັງດັນພາຍໃຕ້ບັນດາຄຳສັ່ງລົງໂທດ.

        ໃນວັນດຽວກັນ, ທ່ານປະທານາທິບໍດີ Hassan Rouhani ໄດ້ປະຕິເສດຄວາມສາມາດໃນການດຳເນີນບັນດາການເຈລະຈາກັບອາເມລິກາ ໃນສະພາບປະຈຸບັນ. ການນຳອີຣານ ຢືນຢັນວ່າ, ເຖິງວ່າສະໜັບສະໜູນມາດຕະການທາງການທູດ ເພື່ອແນໃສ່ແກ້ໄຂບັນດາບັນຫາເກີດການໂຕ້ຖຽງກັນກໍ່ຕາມ, ແຕ່ທ່ານກໍ່ຄັດຄ້ານບໍ່ວ່າການເຈລະຈາໃດໆກັບອາເມລິກາ ໃນຈຸດເວລານີ້, ຍ້ອນສະພາບໃນປະຈຸບັນ “ບໍ່ເໝາະສົມເພື່ອດຳເນີນການເຈລະຈາ”.

ຕອບກັບ

ຂ່າວ/ບົດ​ອື່ນ