ດາວທຽມໂດຍ ອີຣານຜະລິດເອງ(ພາບ : presstv.ir)
|
Vovworld- ຜູ້ອຳນວຍການອົງການອາວະກາດອີຣານ Hamid Fazeli ໃຫ້ຮູ້ວ່າ ປະເທດນີ້ຈະໃຫ້ກໍ່ສ້າງສູນອາວະກາດແຫ່ງໃໝ່ຢູ່ທາງທິດຕາເວັນອອກສ່ຽງໃຕ້ຂອງ ອີຣານ. ແລະ ກໍຕາມ ຜູ້ອຳນວຍການອົງການອາວະກາດອີຣານ Hamid Fazeli ແລ້ວ, ອີຣານພວມຂຶ້ນແຜນການຍິງດາວທຽມ 3 ໜ່ວຍຂຶ້ນສູ່ວົງໂຄຈອນ, ນັ້ນແມ່ນດາວທຽມທີ່ອີຣານຜະລິດເອງ ໂດຍໃສ່ຊື່ວ່າ Fajr, Sharif ແລະ Nahid. ດາວທຽມປະເພດເຫຼົ່ານັ້ນມີຄຸນປະໂຫຍດເພື່ອຖ່າຍຮູບ. ຫວ່າງເດືອນ 5 ທີ່ຜ່ານມາ, ອີຣານໄດ້ມີແຜນການຍິງດາວທຽມ Fajr , ແຕ່ໄດ້ຖືກໂຈໄວ້ເພື່ອດຳເນີນການທົດລອງ. ໃນຫຼາຍປີທີ່ຜ່ານມາ, ອີຣານໄດ້ຕັ້ງໜ້າຊຸກຍູ້ ໂຄງການອາວະກາດ ແລະ ລູກສອນໄຟ ອັນໄດ້ເຮັດໃຫ້ຝ່າຍຕາເວັນຕົກເພີ່ມຄວາມວິຕົກກັ່ງວົນຕໍ່ຄວາມສາມາດບົ່ມຊ້ອນດ້ານການທະຫານຂອງປະເທດນີ້