ອ່ວຍພອນປີໃໝ່ປະຈຳຊາດໃຫ້ແກ່ບັນດານັກຮົບພວມຕັ້ງທັບຢູ່ ເກາະນາມອຽດ

ອ່ວຍພອນປີໃໝ່ປະຈຳຊາດໃຫ້ແກ່ບັນດານັກຮົບພວມຕັ້ງທັບຢູ່ ເກາະນາມອຽດ - ảnh 1
( ພາບ : http://www.vietnamplus.vn/ )

ວັນ​ທີ 27/12, ຄະນະ​ປະຕິບັດ​ງານ​ທະຫານ​ເຮືອ​ເຂດ 4 ​ໄດ້​ໄປຍັງ​ເກາະ ນາມ​ອຽດ ຊື່​ງນອນ​ຢູ່​ໃຈກາງ​ເຂດ​ໝູ່​ເກາະ​ເຈືອງ​ຊາ ​ເພື່ອ​ມອບ​ຂອງຂວັນ​ບຸນປີ​ໃໝ່​ປະຈຳ​ຊາດ​ໃຫ້​ແກ່​ບັນດາ​ນັກຮົບ​ພວມ​ຕັ້ງທັບ​ຢູ່​ທີ່​ນີ້. ຕ້ອນຮັບ​ຄະນະ​ປະຕິບັດ​ງານ ​ແລະ​ບັນດາ​ນັກ​ຂ່າວ​ມາ​ຢ້ຽມຢາມ, ນັກຮົບ ຫງວຽນ​ບາ​ຟາດ, ​ຢູ່​ແຂວງ​ແຄງ​ຮົວ​ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ຄວາມ​ເອົາ​​ໃຈ​ໃສ່ ​ແລະ​ອາລົມຈິດທີ່​ຮັກ​ແພງ ຂອງຄະນະ ທີ່​ມີ​ຕໍ່​ນັກຮົບ​ຢູ່​ທີ່​ນີ້: “ນ້ອງ​ມິ​ຄວາມ​ຕື້ນ​ຕັນ​ໃຈທີ່​ສຸດ​ທີ່​ໄດ້​ພົບ​ປະ​ກັບ​ບັນດາ​ອ່າວອາ, ອ້າຍ​ເອື້ອຍທີ່​ມາ​ຢ້ຽມຢາມ ​ແລະ​ມອບ​ຂອງຂວັນ​ປີ​ໃໝ່​ປະຈຳ​ຊາດ​ໃຫ້​ແກ່​ອ້າຍ​ນ້ອງ​ນັກຮົບ​ໃນ​ເກາະ​ນາມ​ອຽດ ຊື່​ງ​ໄດ້​​ເຮັດ​ໃຫ້​ນ້ອງ​ກໍ່​ຄື​ອ້າຍ​ນ້ອງ​ໃນ​ເກາະ​ ບັນ​ເທົ່າ​ຄວາມ​ຄິ​ດຮອດ​ຄິດ​ເຖິງ​ຄອບຄົວ​ໄດ້​ສ່ວນ​ໃດ​ສ່ວນ​ໜື່ງ. ຢູ່​ທີ່ນີ້ ພວກ​ນ້ອງ​ກໍຈັດຕັ້ງການ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ຄື​ດັ່ງໃນ​ເຂດ​ດິນ​ຕໍ່​ແຜ່ນ”.

ຂ່າວ/ບົດ​ອື່ນ