ກອງປະຊຸມສຳມະນາກ່ຽວກັບພາບພື້ນເມືອງ ຫວຽດນາມ
(ພາບ: cand.com.vn)
(vovworld) – ຮັບຮູ້ຄຸ້ມຄ່າຂອງພາບພື້ນເມືອງ, ທິດທາງການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸ້ນຄ່າພາບພື້ນເມືອງ ຫວຽດນາມ ແມ່ນເນື້ອໃນຂອງການໂອ້ລົມສົນທະນາ “ພາບພື້ນເມືອງ ຫວຽດນາມ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸ້ນຄ່າ” ໂດຍຫໍພິພິທະພັນ ຮ່າໂນ້ຍ ສົມທົບກັບຫໍພິພິທະພັນເຄື່ອງປັ້ນດິນເຜົາ ຮ່າໂນ້ຍ ຈັດຕັ້ງໃນຕອນບ່າຍວັນທີ 18/8.
ໂດຍສືບທອດການໂອ້ລົມສົນທະນາ, ໃນຕອນບ່າຍວັນທີ 18/8, ຄະນະຈັດຕັ້ງໄດ້ໄຂງານວາງສະແດງ “12 ປະເພດພາບພື້ນເມືອງທີ່ດີເດັ່ນຂອງ ຫວຽດນາມ” ຂອງນັກສະສົມ ຫງວຽນທິທູຮ່ວາ. ງານວາງສະແດງໄດ້ແນະນຳເຖິງປະຊາຊົນນະຄອນຫຼວງ ຮ່າໂນ້ຍ ແລະ ແຂກສາກົນເປັນຈຳນວນຫຼວງຫຼາຍ ຈຸດທີ່ເປັນເອກະລັກສະເພາະຂອງພາບພື້ນເມືອງ ຫວຽດນາມ, ປະກອບສ່ວນປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງຊາດ.ທ່ານນາງ ຫງວຽນທິທູຮ່ວາ, ຜູ້ອຳນວຍການຫໍພິພິທະພັນເຄື່ອງປັ້ນດິນເຜົາເອກະຊົນຮ່າໂນ້ຍ, ໃຫ້ຮູ້ວ່າ:
“ຜ່ານງານວາງສະແດງຄັ້ງນີ້, ຂ້າພະເຈົ້າຢາກອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸ້ນຄ່າຂອງພາບພື້ນເມືອງ ຫວຽດນາມ. ໄປຄຽງຄູ່ກັບການອະນຸລັກຮັກສາແລ້ວແມ່ນຕ້ອງພັດທະນາກ່ວາອີກ ຫາກພຽງແຕ່ອະນຸລັກຮັກສາເທົ່ານັ້ນຫາກພາບພື້ນເມືອງຂອງພວກເຮົາຈະຖືກສູນເສຍໄປ. ພາບແຜ່ນໜຶ່ງຖ້າຫາກຕົນບໍ່ຄົ້ນຄ້ວາມີແຕ່ເຫັນມັນງາມເທົ່ານັ້ນ ຫາກບໍ່ເຫັນໄດ້ຄຸ້ນຄ່າວັດທະນະທຳ ຫຼື ຄຸ້ນຄ່າເຫຼື້ອມໄສຂອງພາບແຕ້ມແຕ່ລະແຜ່ນ.”