ອາຊຽນຕີລາຄາສູງຄວາມມານະພະຍາຍາມເຊື່ອມໂຍງດ້ານເສດຖະກິດຂອງຫວຽດນາມ
(ພາບປະກອບ)
(vovworld) – ພາຍຫຼັງດຳເນີນມາເປັນເວລາ 2 ວັນ, ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 21 (AEM Retreat 21) ຫາກໍ່ສິ້ນສຸດລົງຢູ່ນະຄອນ Kota Bahru, ລັດ Kelanta, ປະເທດມາເລເຊຍ. ເມື່ອຕອບສຳພາດຕໍ່ສື່ມວນຊົນ, ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າຫວຽດນາມ ຫວູ້ຮຸຍຮ່ວາງ ໃຫ້ຮູ້ວ່າ: ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຕີລາຄາຄືນໝາກຜົນແຫ່ງການປະຕິບັດຄຳໝັ້ນສັນຍາ AEC, ສືບຕໍ່ປຶກສາຫາລືບັນດາມາດຕະການສະດວກໃຫ້ການຄ້າປອດພາສີ, ສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວຂອງວິສາຫະກິດ, ພ້ອມທັງສະແດງຄວາມຕັດສິນໃຈສຳເລັດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນທ້າຍປີ 2015, ຜ່ານນັ້ນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືຄື: ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ນິວຊີແລນ, ອົດສຕາລີ ແລະ ອິນເດຍ.
ກ່ຽວຂ້ອງເຖິງເລື່ອງຫວຽດນາມ ປະຕິບັດຄຳໝັ້ນສັນຍາສ້າງ AEC, ທ່ານລັດຖະມົນຕີ ຫວູ້ຮຸຍຮ່ວາງ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາສະມາຊິກນຳໜ້າໃນການປະຕິບັດຄຳໝັ້ນສັນຍາ, ບັນລຸລະດັບກວ່າ 90%. ນອກຈາກນັ້ນ, ຫວຽດນາມ ຍັງນຳໜ້າໃນການຫຼຸດພາສີລົງ 0% ແລະ ແຕ່ນີ້ຮອດປີ 2018 ຫວຽດນາມ ສືບຕໍ່ຫຼຸດ 7% ປະເພດພາສີໃຫ້ລົງ 0%. ສິ່ງດັ່ງກ່າວໄດ້ຮັບການຕີລາຄາສູງຈາກບັນດາປະເທດອາຊຽນ. ທ່ານລັດຖະມົນຕີ ຫວູ້ຮຸຍຮ່ວາງ ກໍ່ໃຫ້ຮູ້ວ່າ, ເມື່ອ AEC ໄດ້ຮັບການສ້າງຕັ້ງ ຈະສ້າງຄວາມສິ່ງສະດວກ ແລະ ກາລະໂອກາດໃຫ້ຫວຽດນາມ ຫຼາຍຢ່າງ, ພິເສດແມ່ນໃຫ້ປະຊາຄົມວິສາຫະກິດກໍ່ຄືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ. ທ່ານລັດຖະມົນຕີ ຫວູ້ຮຸຍຮ່ວາງ ຢືນຢັນວ່າ, ຫວຽດນາມ ຈະຂຸດຄົ້ນກາລະໂອກາດ, ຫັນສິ່ງທ້າທາຍເປັນກາລະໂອກາດໃໝ່ ເມື່ອສັນຍາ RCEP ມີຜົນສັກສິດ.