ອາຊຽນສາມັກຄີໃນການຊຸກຍູ້ການພົວພັນກັບສະຫະພັນລັດເຊຍ

ອາຊຽນສາມັກຄີໃນການຊຸກຍູ້ການພົວພັນກັບສະຫະພັນລັດເຊຍ - ảnh 1
ການ​ພົບ​ປະ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ສະ​ຖານ​ທູດ​
ບັນ​ດາ​ປະ​ເທດ​ອາ​ຊຽນ ປະ​ຈຳ​ສະ​ຫະ​ພັນ​ລັດ​ເຊຍ
(ພາບ: Vietnam+)

(vovworld) - ​ວັນ​ທີ 30/03, ທີ່​ສູນ Incentra, ຢູ່​ນະ​ຄອນ​ຫຼວງ ມົດ​ສະ​ກູ, ສະ​ຫະ​ພັນ​ລັດ​ເຊຍ, ສະ​ຖານ​ທູ​ດ​ຫວຽດ​ນາມ ປະ​ຈຳ​ສະ​ຫະ​ພັນ​ລັດ​ເຊຍ ໄດ້​ຈັດ​ການ​ພົບ​ປະ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ສະ​ຖານ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽນ ປະ​ຈຳ​ສະ​ຫະ​ພັນ​ລັດ​ເຊຍ. ທີ່​ການ​ພົບ​ປະ, ບັນ​ດາ​ຜູ​້​ແທນ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​​ຕ່າງໆ​ຢ່າງ​ລະ​ອຽດ ເພື່​ອ​ແນ​ໃສ່​ຊຸກ​ຍູ​້ກວ່າ​ອີກ, ບໍ່​ພຽງ​ແຕ່​ກາ​ນ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ ແລະ ສະ​ຫະ​ພັນ​ລັດ​ເຊຍ, ມຸ່ງ​ໄປ​ເຖິງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເທົ່າ​ນັ້ນ, ຫາກ​ຍັງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ຂອງ​ກຸ່ມ​ອາ​ຊຽນ ອີກ​ດ້ວຍ. ກ່່າວ​ຄຳ​ເຫັນ​ຢູ່​ທີນ​ີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ຫງວຽນ​ແທງ​ເຊີນ​ ໄດ້​ແນະ​ນຳ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ໃຫຍ່​ຂອງ​ຫວຽດ​ນາມ ຢູ່​ສະ​ຫະ​ພັນ​ລັດ​ເຊຍ; ຈາກນັ້ນ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ອາ​ຊຽ​ນ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ຈັດ​ຕັ້ງ​ງານ​ຕະ​ຫຼາດ​ນັດ​ສິ​ນ​ຄ້າ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ ໃນ​ປີ 2016 ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ​ສະ​ຫະ​ພັນ​ລັດ​ເຊຍ ກັບ ປະ​ຊາ​ຄົມ​ອາ​ຊຽນ​ກວ່າ​ອີກ.

        ສ່ວນ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ, ຜູ້​ຕາງ​ໜ້າ​ສະ​ຖານ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽນ ປະ​ຈຳ​ສະ​ຫະ​ພັນ​ລັດ​ເຊຍ ລ້ວນ​ແຕ່​ຕີ​ລາ​ຄາ​ສູງ​​ກ່ຽວ​ກັບແນວ​ຄວາມ​ຄິດ​ຂອງ​ຝ່າຍ​ຫວຽດ​ນາມ, ພ້ອມ​ທັງ​ຍົກ​ອອກ​ບັນ​ດາ​ຄຳ​ເຫັນ​ປະ​ກອບ​​ຫຼາຍ​ຢ່າງ​ທີ່ມີ​ລັກ​ສະ​ນະ​ສ້າງ​ສັນ​ສູງ.

ຂ່າວ/ບົດ​ອື່ນ