ກຳລັງປ້ອງກັນຄວາມສະຫງົບ ອາຣັບບີ ຊາອຸດິ ກວດກາຢູ່ສະຖານ
ທີ່ເກີດເຫດ
(ພາບ: AFP/TTXVN)
|
(vovworld) – ວັນທີ 18/7, ກະຊວງພາຍໃນ ອາຣັບບີ ຊາອຸດິ ປະກາດໄດ້ດັບສູນອົງການໜຶ່ງມີການພົວພັນກັບກຸ່ມທຳສົງຄາມສັກສິດ “ລັດອິດສະລາມ” (IS) ຂະໜານນາມເອງ ແລະ ໄດ້ຈັບຕົວສະມາຊິກ 431 ຄົນຂອງເຄືອຂ່າຍນີ້, ໃນນັ້ນເປັນຕົ້ນແມ່ນພົນລະເມືອງ ອາຣັບບີ ຊາອຸດິ. ກະຊວງດັ່ງກ່າວຊີ້ແຈ້ງວ່າ, ໃນບາງອາທິດຜ່ານມາ, ເຈົ້າໜ້າທີ່ ອາຣັບບີ ຊາອຸດິ ໄດ້ດັບສູນອົງການໜຶ່ງ ທີ່ມີຫຼາຍກຸ່ມມີການພົວພັນກັບ IS ຊຶ່ງເຂົ້າຮ່ວມ “ກົນອຸບາຍຍຸຍົງສົ່ງເສີມການລຸກຮື້ຂຶ້ນ ແລະ ເປີດກ້ວາງສະພາບການສັບສົນ”. ບັນດາກຸ່ມໃນເຄືອຂ່າຍດັ່ງກ່າວກ່ຽວຂ້ອງເຖິງບັນດາເຫດການບຸກໂຈມຕີ ແລະ ກົນອຸບາຍບຸກໂຈມຕີ, ເຊິ່ງລວມມີທັງບັນດາເຫດການວາງລະເບີດສະຫຼະຊີບແນໃສ່ບັນດາໂບດອິດສະລາມນິກາຍຊີອະ ຢູ່ແຂວງພາກຕາເວັນອອກຂອງ ອາຣັບບີ ຊາອຸດິ. ເຈົ້າໜ້າທີ່ປະເທດນີ້ກໍໄດ້ສະກັດກັ້ນຫຼາຍກົນອຸບາຍບຸກໂຈມຕີໃນເດືອນ Ramadan ຂອງຊາວ ອິດສະລາມ, ໃນນັ້ນມີແຜນການວາງລະເບີດໂບດແຫ່ງໜຶ່ງໂດຍກຳລັງປ້ອງກັນຄວາມສະຫງົບນະຄອນ Riyadh ຄຸ້ມຄອງ ແລະ ບຸກໂຈມຕີຄະນະນັກການທູດຄະນະໜຶ່ງ.