ອາເມລິກາປັນປຸງຄຳສັ່ງລົງໂທດລັດເຊຍ
(ພາບປະກອບ: wiki)
(vovworld) - ເລື່ອງປັນປຸງຄຳສັ່ງລົງໂທດລັດເຊຍ ໂດຍກະຊວງການເງິນອາເມລິກາ ດຳເນີນໃນວັນທີ 02/02 ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດອາເມລິກາ ຢູ່ລັດເຊຍ ນຳເຂົ້າຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານທີ່ຈຳເປັນບາງຢ່າງ. ຕາມນັ້ນແລ້ວ, ກະຊວງການເງິນອາເມລິກາ ຈະອະນຸຍາດໃຫ້ບັນດາບໍລິສັດອາເມລິກາ ໄດ້ດຳເນີນບັນດາການແລກປ່ຽນໂດຍມີການຈຳກັດກັບອົງການປ້ອງກັນຄວາມສະຫງົບສະຫະພັນລັດເຊຍ (FSB) ຖ້າຫາກບັນດາການແລກປ່ຽນນັ້ນມີຄວາມຈຳເປັນ ເພື່ອໃຫ້ບັນດາບໍລິສັດນີ້ມີໜັງສືອະນຸຍາດນຳເຂົ້າລັດເຊຍ ບັນດາຜະລິດຕະພັນດ້ານເຕັກໂນໂລຊີຂໍ້ມູນຂ່າວສານ. ການກະທຳນີ້ “ແມ່ນການປັບປຸງທີ່ມີລັກສະນະເຕັກນິກ”, ເພື່ອແນໃສ່ຕອບສະໜອງຄຳສະເໜີແນະຂອງບໍລິສັດຫຼາຍແຫ່ງກ່ຽວກັບຄວາມຫຍຸ້ງຍາກໃນການນຳເຂົ້າບັນດາຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານເຄື່ອງໃຊ້ສອຍ ຍ້ອນບໍ່ໄດ້ຮັບຄວາມເຫັນດີຈາກ FSB. ໃນຂະນະນັ້ນ, ທຳນຽບຂາວໄດ້ປະຕິເສດຂໍ້ມູນຂ່າວດັ່ງກ່າວໂດຍຖືວ່າ ນີ້ແມ່ນການກະທຳ “ຜ່ອນຄາຍ” ບັນດາຄຳສັ່ງລົງໂທດທີ່ເລັ່ງໃສ່ລັດເຊຍ. ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນຕໍ່ໜ້າສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳສະຫະປະຊາຊາດ Nikki Haley ຖະແຫຼງວ່າ ບໍ່ມີເລື່ອງ ວໍຊິງຕັນ ຍົກເລີກບັນດາຄຳສັ່ງລົງໂທດ ຖ້າຫາກແກຼມ Crimea ຍັງຂຶ້ນກັບລັດເຊຍ.