ອາເມລິກາຜັນຂະຫຍາຍ ການຮັກສາຄວາມ ປອດໄພກ່ອນພິທີ ສະເຫຼີມສະຫຼອງວັນຊາດຄືວັນທີ 4/7

ອາເມລິກາຜັນຂະຫຍາຍ ການຮັກສາຄວາມ ປອດໄພກ່ອນພິທີ ສະເຫຼີມສະຫຼອງວັນຊາດຄືວັນທີ 4/7 - ảnh 1
(ພາບປະກອບ)

(vovworld) – ຄວາມ​ໝັ້ນຄົງ​ຢູ່​ຫຼາຍ​ນະຄອນ​ໃຫຍ່​ຂອງ​ອາ​ເມ​ລິ​ກາ​ ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເຄັ່ງ​ຄັດ ກ່ອນ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນຊາດ​ຄື​ວັນ​ທີ 4/7, ​ເຊິ່ງ​ແມ່ນ​ໂອກາດ​ທີ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຢູ່​ກາງ​ແຈ້ງ​ໃນ​ທົ່ວ​ປະ​ເທດ ​ແລະ ມີ​ຫຼາຍ​ຄົນ​ເຂົ້າ​ຮ່ວມ. ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ຮູ້​ວ່າ ຈະ​ຜັນ​ຂະຫຍາຍ​ກຳລັງ​ຕຳຫຼວດ​ເປັນ​ຈຳນວນ​ຫຼວງ​ຫຼາຍຢູ່​​ສະຖານ​ທີ່​ຍິງ​ບັ້ງ​ໄຟ​ດອກ ​ແລະ ສະ​ແດງ​ດົນຕີ​ປະສານ​ສຽງ​​ໃນ​ບັນດາ​ນະຄອນ​ໃຫຍ່. ນອກ​ນັ້ນ​ກ້ອງຕິດຕາມຫຼາຍ​ກ້ອງ ກໍ່​ຖືກ​ຕິດ​ຕັ້ງ ​ແລະ ຜັນ​ຂະຫຍາຍ​ຢູ່​ບ່ອນ​ສາທາລະນະ. ຕຳຫຼວດ​ກໍ່​ໄດ້​ຮັບ​ການ​ປະກອບ​ອຸປະກອນ​ຄົ້ນ​ຫາ​ທາດ​ເຄມີ ​ເຊິ່ງສາມາດ​ໃຊ້​ເປັນ​ລະ​ເບີດ​ໄດ້.

ຂ່າວ/ບົດ​ອື່ນ