ອາເມລິກາຮຽກຮ້ອງອິນເດຍແລະປາກິດສະຖານຮັກສາການໂອ້ລົມສົນທະນາ

ອາເມລິກາຮຽກຮ້ອງອິນເດຍແລະປາກິດສະຖານຮັກສາການໂອ້ລົມສົນທະນາ - ảnh 1
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry
ພາບ:internet

(vovworld)-​ ວັນ​ທີ 9/1, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ໄດ້​ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສະ​ຖານ Nawaz Sharif, ໃນ​ນັ້ນ ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ວ່າ: ປາ​ກິດ​ສະ​ຖານ ແລະ ອິນ​ເດຍ ຈະ​ສື​ບ​ຕໍ່ເຈ​ລະ​ຈາ​ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ກຳ​ລັງ​ກໍ່​ການ​ຮ້າຍ​ພວມ​ຊອກວິ​ທີ​ທຳ​ລາຍ​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມນີ້. ຫ້ອງ​ວ່າ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິດ​ສະ​ຖານ ໄດ້​ຄັດ​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໂດຍ​ເນັ້ນ​ຫນັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ສືບ​ຕໍ່​ເຈ​ລະ​ຈາ​ລະ​ຫວ່າງ​ອິນ​ເດຍ ແລະ ປາ​ກິດ​ສະ​ຖານ ເພື່ອ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ພ້ອມ​ທັງ​ເຊີດ​ຊູ​ບົດ​ບາດ​ຊີ້​ນຳ​ນຳ​ພາ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ​ໃນ​ການ​ຮັບ​ປະ​ກັນ​ການ​ໂອ້​ລົມ​ສົນ​ທະ​ນາ.

ຂ່າວ/ບົດ​ອື່ນ