ອາເມລິກາເພີ່ມທະວີ ການພົວພັນກັບອາຊຽນ
(ພາບປະກອບ: borneoinsider.com)
(vovworld)- ທ່ານ Dantel Russel ຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບບັນດາບັນຫາອາຊີ-ປາຊີຟິກ ຈະເດີນທາງໄປມ້ຽນມາ ເພື່ອປຶກສາຫາລືກັບອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືກ່ຽວກັບບັນດາບັນຫາສອງຝ່າຍ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ແຈ້ງການຂອງກະຊວງການຕ່າງປະເທດອາເມລິກາ ເມື່ອວັນທີ 5/6 ໃຫ້ຮູ້ວ່າ, ຕາມແຜນການ, ທ່ານ Dantel Russel ຈະເຂົ້າຮ່ວມບັນດາກອງປະຊຸມຂອງເຈົ້າໜ້າທີ່ຂັ້ນສູງອາຊຽນ ກ່ຽວກັບກອງປະຊຸມສຸດຍອດອາຊີ (EAS), ເວທີປາໄສອາຊຽນ, ຂໍ້ລິເລີ່ມເຂດລຸ່ມແມ່ນ້ຳຂອງ (LMI) ເຂດລຸ່ມແມ່ນ້ຳຂອງ ແລະ ຜູ້ເປັນເພື່ອນ (FLM) ແຕ່ວັນທີ 7-9/6. ທ່ານຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ຍັງພົບປະກັບບັນດາເຈົ້າໜ້າທີ່ຍີ່ປຸ່ນ ແລະ ອົດສະຕາລີ ໃນຂອບເຂດໂຄງການ “ຄູ່ຮ່ວມມືຍຸດທະສາດສາມຝ່າຍ“. ທ່ານ Dantel Russel ຍັງຕາງໜ້າໃຫ້ອາເມລິກາ ເປັນປະທານຮ່ວມໃນການເຈລະຈາລະຫວ່າງອາເມລິກາ-ອາຊຽນ ແລະ ດຳເນີນການພົບປະສອງຝ່າຍຄັ້ງຕ່າງໆກັບບັນດາຄູ່ຮ່ວມມືເພື່ອປຶກສາຫາລືຫຼາຍບັນຫາ./.