(VOVWORLD) - ອາເມລິກາ ຈັດວາງຄຳສັ່ງລົງໂທດໃສ່ພື້ນຖານເສດຖະກິດອີຣານ ແມ່ນເພື່ອບັງຄັບໃຫ້ອີີຣານເຂົ້າຮ່ວມການເຈລະຈາຄັ້ງໃໝ່ ກ່ຽວກັບການຈຳກັດໂຄງການນິວເຄຼຍຂອງປະເທດນີ້.
ວັນທີ 15 ມັງກອນ, ສຳນັກຂ່າວສານ Reuters ຂອງອັງກິດ ໃຫ້ຮູ້ວ່າ ອຳນາດການປົກຄອງ ອາເມລິກາ ໄດ້ປະກາດແຜນການຈັດວາງຄຳສັ່ງລົງໂທດຕ້ານອີຣານ, ເຊິ່ງກ່ຽວຂ້ອງເຖິງການພັດທະນາອາວຸດທຳມະດາ ແລະ ຂະແໜງອຸດສາຫະກຳໂລຫະຂອງປະເທດນີ້.
ແຫຼ່ງຂໍ້ມູນບໍ່ໄດ້ສະໜອງລາຍລະອຽດກ່ຽວກັບຄຳສັ່ງລົງໂທດເພີ່ມເຕີມດັ່ງກ່າວ. ອາເມລິກາ ຈັດວາງຄຳສັ່ງລົງໂທດໃສ່ພື້ນຖານເສດຖະກິດອີຣານ ແມ່ນເພື່ອບັງຄັບໃຫ້ອີີຣານເຂົ້າຮ່ວມການເຈລະຈາຄັ້ງໃໝ່ ກ່ຽວກັບການຈຳກັດໂຄງການນິວເຄຼຍຂອງປະເທດນີ້.